ກຸ້ງຖັງແຕກສູດຄົວຈິບນ້ອຍ
ຄົວຈິບນ້ອຍມາແລ້ວວວວ 👩🏻🍳👩🏻🍳
ມື້ນີ້ຂໍສະເໜີເມນູກຸ້ງຖັງແຕກ ເພາະແອດເລີ່ມຖັງແຕກແຕ່ຕົ້ນເດືອນ 🤣
ສູດນີ້ເປັນສູດທີ່ແອດເຮັດກິນເດີ້ ໃຜຢາກເພີ້ມຕື່ມຫຍັງ comment ບອກແອດຕື່ມໄດ້ເດີ້ຈ໋າ
🦐🦀🦑🦐 ລວກກຸ້ງ, ປູ, ອາຫານທະເລແລ້ວແຕ່ມັກເລີຍ(ລວກໃສ່ຫົວສີໄຄ ເກືອ ໜ້ອຍໜື່ງພໍດັບຄາວ) ຜັກທີ່ໃສ່ໃນເມນູສ່ວນຫຼາຍແມ່ນສາລີ ແຕ່ມື້ນີ້ແອດຫາຊື້ບໍ່ໄດ້ ໄດ້ແຕ່ສາລີນ້ອຍມາແທນ, ຕໍ່ມາ ກະແລ່ນ ອ໋າວວວວ ຍັງກ້າຫຼີ້ນເນາະ
ຕໍ່ມາ ລະເອົາເນີຍລົງໄປຈຽວກັບກະທຽມພໍຫອມ ເອົານຳ້ພິກເຜົາ, ມັນກຸ້ງ(ມັນກຸ້ງແອດຊື້ມາເປັນກ່ອງເລີຍສະດວກໃນການກິນ) ຊອດຫອຍຫນ່ອຍໜື່ງ, ນຳ້ຕານ, ແປ້ງນົວ, ສະອີ້ວ, ຜົງປາປິກ້າ ໃຜມັກເຜັດເອົາໝາກເຜັດແຫ້ງ ເຜັດໜ່ວຍລົງໄດ້ເດີ້ ແລ້ວຊີມຕາມໃຈມັກເລີຍ ແອດມັກໃສ່ຜັກຫອມນຳເພື່ອເພີ້ມຄວາມຫອມຕື່ມ
📍ເມນູກຸ້ງຖັງແຕກ by jipnoii
ມັນກຸ້ງແອດສັ່ນຳຮ້ານນີ້ເດີ້
PN Shop ຂາຍທຸກຢ່າງ
🦀ມັນປູນາອ່ອງ🦀 1ກະປຸກ 45000ກີບ
🦐ມັນກຸ້ງແມ່ນໍ້າ🦐 1ກະປຸກ 45000ກີບ
📲 02023004445 ເປັດ
📲 020 28786789 ດ້າ
https://www.facebook.com/PN-Shop-ຂາຍທຸກຢ່າງ-560193474410598/

