ຄົວຈິບນ້ອຍ

ຂະໜົມປັງກະທຽມ vs ຊຸບໝາກອຶ

ມື້ນີ້ແອດບໍ່ໄດ້ໄປຫຼີ້ນບຸນເລີຍເຮັດອາຫານເບົາໆກິນຫຼີ້ນຢູ່ບ້ານແທນ

– ຂະໜົມປັງກະທຽມ: ເອົາເນີຍແຂງມາລະລາຍພໍໃຫ້ໜຽວ, ສັບກະທຽມໃຫ້ລະອຽດ(ແຕ່ແອດສັບບໍ່ລະອຽດປານໃດ🤣), ພາດລີ້ສັບລະອຽດ (ຖ້າບໍ່ມີບໍ່ໃສ່ກະໄດ້ ເພາະແອດກະບໍ່ມີ), ເກືອຢິບຫນື່ງ, ມາຄົນໃຫ້ເຂົ້າກັນ ແລ້ວທາໃສ່ເຂົ້າຈີ່ ເອົາເຂົ້າເຕົາອົບ (ຖ້າບໍ່ມີເຕົາອົບແນະນຳໃສ່ຫມໍ່ກະທະແບນແລ້ວເອົາຝາໝໍ້ປິດ) ໃຫ້ເຂົ້າຈີ່ເຫຼືອງກອບກະກິນໄດ້ເລີຍ

– ຊຸບໝາກອຶ: ປອກໝາກອຶບໍ່ໃຫ້ມີເປືອກຕິດເພາະມັນຈະຂົມເວລາຕົ້ມ, ຕົ້ມໝາກອຶໃຫ້ເປື່ອຍ ເອົາເກືອໃສ່ຢິບໜື່ງ, ເອົາໝາກອຶມາປັ່ນໃຫ້ລະອຽດ ຖ້າໝາກອຶແຂ້ນເກີນໄປເອົານຳ້ທີ່ຕົ້ມຕັກໃສ່ຫນ່ອຍຫນື່ງ, ປັ່ນແລ້ວເອົາໄປຕົ້ມອີກຮອບຫນື່ງ ໃສ່ນົມສົດ, ເນີຍ ຊີມຕາມໃຈມັກເລີຍ
☺️ ໃຜມີສູດເພີ້ມເຕີມມາແຊລກັນໄດ້ເດີ້ ເພື່ອຄວາມແຊບຂື້ນໄປຕື່ມ

📍ລອງເຮັດເບີ່ງເດີ້

ສະແດງຄຳຄິດເຫັນ: