ຄົວຈິບນ້ອຍ

ຈຸ່ມໝໍ້ດິນເບຍລາວ ສະໄຕຣຈິບນ້ອຍ

ແລງວັນສຸກ ປຸກຄວາມເປັນພໍ່ຄົວ – ແມ່ຄົວໃນຕົວ ມິຕິໃຫມ່ຂອງການກິນຈຸ່ມ ຄວາມສຸກນ້ອຍໆ ທີ່ສາມາດສ້າງໄດ້ຢູ່ບ້ານ ມື້ນີ້ຂໍນຳສະເໜີເມນູ: ຈຸ່ມເບຍໝໍ້ດິນ 🍺🥘

ປ່ຽນຈຸ່ມໝໍ້ດິນທຳມະດາ ໃຫ້ມີລົດຊາດຫຼາກຫຼາຍຂອງນໍ້າຊຸບ
ໂດຍການປະສົມ Beerlao ລົງໄປໃນອັດຕາສ່ວນເຄິ່ງຕໍ່ເຄິ່ງ
ຄື ນໍ້າຊຸບແບບດັ້ງເດີມເຄິ່ງໜຶ່ງ ຕົ້ມໃຫ້ຟົດ ແລ້ວເທເບຍລາວລົງອີກເຄິ່ງໜຶ່ງ

ຈີ່ຂ່າ ຫົວສິງໄຄ ໃບຂີ້ຫູດ ໝາກເຜັດ ແລະ ຫົວຜັກ ໃສ່ລົງໝໍດິນທີ່ຟົດ ຈະໄດ້ກິ່ນຫອມຂອງເບຍ ເຂົ້າກັນພໍດີກັບເຄື່ອງທີ່ຈີ່ລົງ ຫອມຄ້າຍໆນໍ້າເຜິ້ງ 🍯

ໃຜມີຊີ້ນຫຍັງໃນຕູ້ເຢັນ ຊອຍບາງໆ ໝັກໃສ່ຊ໋ອດ ຕອກໄຂ່ໃສ່ ພ້ອມແລ້ວກໍເອົາລົງຈຸ່ມໄດ້ເລີຍ ຢ່າລືມກິນນຳແຈ່ວສຸກີ້ ແລະ ໝາກເຜັດ-ກະທຽມສັບ ຮັບຮອງວ່າແຊບກ່ອນຢູ່ຮ້ານອີກ

ເມນູງ່າຍໆ ທີ່ໃຜໆກໍເຮັດກິນຢູ່ບ້ານໄດ້

#beerlao #jipnoii #ຈຸ່ມເບຍໝໍ້ດິນ #jipnoiixbeerlao