Jipnoii ຣີວິວ

ຊີ້ນ ໂກເບ (Kobe beef)

ຊີ້ນ ໂກເບ (Kobe beef) ເປັນສຸດຍອດຊີ້ນຂອງປະເທດຍີ່ປຸ່ນ
ຄັ້ງໜຶ່ງໃນຊີວິດ ໃຜໄດ້ມາຍີ່ປຸ່ນ ມາເມືອງ ໂກເບ ຕ້ອງລອງ 📌

ຊີ້ນມີຫຼາຍເກຣດ ຫຼາຍລາຄາ (ເລື່ອນເບິ່ງລາຄາໃນຮູບຕໍ່ໄປ)
ແຕ່ບໍ່ວ່າຈະເກຣດໃດ ລາຄາໃດ ຊີ້ນກໍຍັງຄົງຄວາມສົດ ລາຍງາມມີມັນແຊກ ລະລາຍໃນປາກ

ລົດຊາດດີ 👍🏻 ເຄື່ອງຄຽງກະບໍ່ມີຫຍັງຫລາຍ ມີເກືອ ວາຊາບິ ຫົວຜັກກາດຂາວບົດ ກະທຽມຈຽວ ແລະ ສະລັດ

ຊີ້ນປີ້ງໃຫມ່ໆຈາກເຕົາ ກິນກັບເຂົ້າຍີ່ປຸ່ນຮ້ອນໆ
ຄວາມມັນຂອງຊີ້ນເວລາດາດໃສ່ໄຟຈະມີຄວາມຫອມ ເລືອກລະດັບຄວາມສຸກໄດ້ຕາມໃຈລູກຄ້າ ເວລາສຳພັດປາຍລິ້ນຈະມີຄວາມນຸ້ມ ລະລາຍໃນປາກ ເປັນລົດຊາດທີ່ຄັ້ງໜຶ່ງຕ້ອງລອງ 📌

📍 ເຂດ China Town. ເມືອງ Kobe. Japan

ສະແດງຄຳຄິດເຫັນ: