ຄົວຈິບນ້ອຍ

ຍຳໂຕງ ສະໄຕຣຄົວຈິບນ້ອຍ

ມາເຮັດຍຳໂຕງ ກິນນຳກັນ ເປັນສູດງ່າຍໆ ສະໄຕຣຄົວຈິບນ້ອຍ ເປັນເມນູທີ່ສາມາດກິນກັບເຂົ້າ ຫຼື ເປັນຂອງແກ້ມໄດ້ນຳ

ສ່ວນປະກອບ:
– ຊີ້ນ
– ກະປິ
– ນຳ້ຕານ
– ແປ້ງນົວ
– ນຳ້ປາ
– ຫມາກເຜັດ
– ຫົວຜັກທຽມ
– ຫມາກນາວ
– ນຳ້ຫມາກຂາມປຽກ
– ບົວລະພາ
– ຫມາກເຂືອ
– ຫມາກຖົ່ວ ໃຜມັກໝາກແຄ້ງ ສາມາດໃສ່ໄດ້ເດີ້

👩🏻‍🍳 ວິທີເຮັດ:ຕົ້ມນຳ້ໃຫ້ຟົດແລ້ວລວກຊີ້ນ ຫລັງຈາກນັ້ນຕຳຫມາກເຜັດ, ກະທຽມ,ກະປິໃຫ້ເຂົ້າແລ້ວໃສ່ນຳ້ຕານ, ແປ້ງນົວ, ນຳ້ປາ, ນຳ້ຫມາກຂາມປຽກ, ຫມາກນາວແລ້ວຊິມຕາມຄວາມມັກ ແລ້ວນຳມາມາຄົນໃສ່ກັບຊີ້ນທີ່ລວກໄວ້ ຕາມດ້ວຍ ຫມາກຖົ່ວ,ຫມາກເຂືອ ແລະ ໝາກແຄ້ງ ຄົນໃຫ້ເຂົ້າກັນແລ້ວໃສ່ບົວລະພາລົງເພື່ອເພີ່ມຄວາມຫອມ

#jipnoiicooking #ຄົວຈິບນ້ອຍ #ສູດອາຫານ #ເມນູເດັດ #ອາຫານແຊບບໍ່ມີສູດຕາຍໂຕ #ຍຳໂຕງ

 

ສະແດງຄຳຄິດເຫັນ: