ຕຳໝາກຕ້ອງ
ຕຳໝາກຕ້ອງກິນຮອບສວາຍ ພໍໃຫ້ຊ່ວງຢາກນອນ 🤣
ຕຳໝາກຕ້ອງໃສ່ຜັກຂະແຍງ ກັບ ກະປູ ຄືທີ່ສຸດ
ວິທີເຮັດ 👩🏻🍳
ຕຳໝາກເຜັດ ແອັດມັກໃສ່ໝາກເຜັດແຫ້ງເພາະຈະຫອມໆດີ, ນຳ້ຕານປະມານ 2ບ່ວງແກງ ເພາະມັກໃຫ້ອອກຫວານໆ, ແປ້ງນົວ, ກະປິ ມີນຳ້ປູໃສ່ຕື່ມກະໄດ້ເດີ້, ຕຳໃຫ້ພໍແຫຼກ ຟັກໝາກຕ້ອງລົງ ກັບ ໝາກເຂືອ ຕຳໃຫ້ເຂົ້າກັນ ຕາມດ້ວຍປາແດກ, ນຳ້ປາໜ້ອຍໜື່ງ ແລ້ວໃສ່ ຜັກຂະແຍງ ກັບ ກະປູທີ່ຂົ້ວລົງຕຳເລີຍ ແລ້ວຊິມໄດ້ຕາມຄວາມມັກ
#ຕຳໝາກຕ້ອງ #jipnoiicooking #jipnoii
ສະແດງຄຳຄິດເຫັນ:

