ຄົວຈິບນ້ອຍ

ບັນແຊ່ວ

ມື້ນີ້ແອດໄປຕະຫຼາດ ພໍດີໄປເຈິແປ້ງບັນແຊ່ວຂອງຫວຽດ ເລີຍລອງເອົາມາເຮັດກິນ. ຮູ້ສຶກວ່າລົດຊາດແປ້ງແຊບຄືໆກັບທີ່ເຮົາມາປະສົມເອງເລີຍ ເພາະເວລາແອດຊື້ແປ້ງມາປະສົມເອງຊົ່ວຈະອອກມາເປັນບັນແຊວແຜ່ນໜື່ງ ກິນເວລາຫຼາຍສົມຄວນ 🤣 ໃຜທີ່ມັກກິນບັນແຊ່ວແຕ່ມີປັນຫາເລື່ອງປະສົມແປ້ງຄືແອດ ແນະນຳເລີຍເດີ້ 😋

👩‍🍳 ແປ້ງບັນແຊ່ວ: ປະສົມແປ້ງກັບນຳ້ ຄ່ອຍໆເທນຳ້ລົງບໍ່ໃຫ້ຂຸ້ນ ຫຼື ແຫຼວຫຼາຍ ໃນຖົງຈະມີຜົງຂີ້ມີ້ນໃຫ້ມາພ້ອມ ໃສ່ຕາມຄວາມມັກເລີຍ

👩‍🍳 ໄສ້ບັນແຊ່ວ: ຈຽວນຳ້ມັນກັບຫົວບັກທຽມໃຫ້ຫອມ, ເອົາໝູສັບລົງໄປຂົ້ວ ເອົາ ນຳ້ມັນຫອຍ, ແປ້ງນົວໜ່ອຍໜື່ງ, ນຳ້ຕານ, ພິກໄທ, ສະອີ້ວໜ່ອຍໜື່ງ ຂົ້ວໃຫ້ໝູສຸກ ເອົາຖົ່ວງອກ, ເຫັດຫູໜູລົງຕາມຄວາມມັກເລີຍ (ຖ້າໃຜຢາກເພີ້ມສີສັນ ສາມາດເອົາກຸ້ງ, ປາໝຶກ, ຖົ່ວເຫຼືອງ ລົງໄດ້ເລີຍ) ຕົບທ້າຍດ້ວຍ ຜັກບົ່ວໃບ ຊິມຕາມໃຈມັກເລີຍ

👩‍🍳 ນຳ້ແຈ່ວ: ຈຽວນຳ້ຕານ ເຮັດໄຟອ່ອນໆ (ຕຽມນຳ້ໄວ້ໃກ້ໆເລີຍດຽວນຳ້ຕານໄໝ້) ຕອນນຳ້ຕານກຳລັງເປື່ອຍເອົາແປ້ງນົວຢິບໜື່ງໃສ່ເພື່ອໃຫ້ມັນເປັນສີນຳ້ຕານງາມ(ສູດນີ້ເຫັນອາແອດເຮັດເດີ້) ເມື່ອນຳ້ຕານເປື່ອຍເອົານຳ້ຖອກໃສ່ ແລ້ວປ່ອຍໃຫ້ນຳ້ໜຽວໜ່ອຍໜື່ງ. ຕຳໝາກເຜັດ, ຫົວຜັກບົ່ວ ເກືອ ໃຫ້ພໍແຫຼກ ເອົານຳ້ຕານທີ່ຂ້ຽວໄວ້ມາຖອກໃສ່ກັນ ບິບໝາກນາວ ແລະ ນຳ້ປາໃສ່ ແລ້ວຊິມຕາມໃຈມັກ ຕົບທ້າຍດ້ວຍຖົ່ວດິນ ເປັນອັນວ່າ ແລ້ວວວ

📍 ລອງເຮັດເບີ່ງເດີ້

ສະແດງຄຳຄິດເຫັນ: