ປີ້ງຈີນ ຫລວງພະບາງ
ສອງມື້ກ່ອນ ມີໂອກາດໄປເລາະກິນຢູ່ຫລວງພະບາງ
ປີ້ງຈີນ ຫນ້າດາວຟ້າກະໂອເຄຢູ່ໃດ 👍🏻 ໂດຍສະເພາະປີ້ງໝາກເຂືອແຊບ ແອດມັກ 🌟
ມີທັງແບບປີ້ງ ແລະ ແບບຕົ້ມ. ເລືອກຜັກທີ່ມັກ ເສັ້ນ ຕ່ອນແບບໃດກະເລືອກໃສ່ກະຕ່າ ແລ້ວຂະເຈົ້າຈະຕົ້ມເປັນຖ້ວຍໃຫຍ່ໆມາໃຫ້
ຫູບຮ້ອນໆໂຄດມີແຮງ ແຕ່ສິ່ງທີ່ມັກຄືຫນ້າຕົ້ມຈີນ ຄ້າຍໆຄືຫນ້າເຂົ້າຊອຍຕັກແຍກມາເປັນຖ້ວຍ ໃຜມັກເຜັດ ມັກຫນ້ອຍ ມັກຫລາຍ ຕັກໃສ່ຕາມສະບາຍເລີຍ ແຊບດີ ອັນນີ້ມັກສ່ວນຕົວ 😁
ໂຕນີ້ບໍ່ແມ່ນວ່າລີວິວ ແຕ່ໄປກິນມາລະມັກ ກະເລີຍມາເລົ່າສູ່ຟັງ 😘
ມັກອີກອັນໜຶ່ງ ໄວລຸ້ນຢູ່ນີ້ ບາງເທື່ອກະບໍ່ໄດ້ມານັ່ງກິນປີ້ງ ກິນຈຸ່ມອີ່ຫຍັງ ບາງກຸ່ມກະມານັ່ງກິນໝາກໂມຊຸມກັນ ລະກະກັບ ເປັນພາບທີ່ບໍ່ຄ່ອຍເຫັນໃນວຽງຈັນ ແຕ່ເບິ່ງລະຫນ້າຮັກດີ #ຮັກເມືອງນີ້
📍ຫລວງພຣະບາງ
ສະແດງຄຳຄິດເຫັນ:

