Jipnoii ຣີວິວ

ພາເລາະລາວ ແຂວງບໍ່ແກ້ວ

ສະບາຍດີ ບໍ່ແກ້ວ ມາຮອດແລ້ວ ຕ້ອງຈັດ 😋
ມີແຕ່ແນວກິນແຊບໆໄກສໍ່າໃດ ການບິນລາວ ກໍພາເຮົາມາຮອດ
ພາດບໍ່ໄດ້:

⁃ ເຂົ້າຊອຍ ນໍ້າເກິງ ຮ້ານ ປ້າແປງ ຮ້ານດັງຕ້ອງໄປໃຫ້ໄດ້
– ເຂົ້າແລງຟືນ ນຳ້ເກິງ ແຊບແຮງ ແນະນຳໃຫ້ຮ້ານປຸງໃຫ້ເດີ້ ແຊບ ແຖມຖືກອີກ ຖ້ວຍ 3.000 ກີບ
– ເຂົ້າປຸ້ນນໍ້າຄວາຍ, ເຂົ້າປຸ້ນນຳ້ແຈ່ວ ແຄມຂອງ ຂ້າງເຮືອນພັກບໍ່ແກ້ວ ມັກໝາກເຜັດບໍ່ແກ້ວ ເຜັດໄດ້ໃຈຂະໜາດ
– ຊີ້ນດາດມາລອງເດີ້ ຊີ້ນແຊບແຮງ ມັກນຳ້ແຈ່ວມີໃຫ້ເລືອກ 2 ແບບ ກິນປົນກັນແຊບ
– ຕະຫຼາດມືດແຄມຂອງແຫຼ່ງລວມອາຫານ ແລະ ແນວກິນເພີນໆ ມີແຕ່ແນວແຊບໆ
– ນັ່ງສຳຜັດບັນຍາກາດ ຊິວໆຈິບເບຍທີ່ The Nine café

ເປັນຄັ້ງທຳອິດທີ່ແອັດໄດ້ໄປ ແຂວງ ບໍ່ແກ້ວ ຂໍບອກວ່າ ອາຫານບໍ່ແກ້ວ ແຊບທຸກຮ້ານ ໃຜທີ່ກຳລັງຊອກສະຖານທີ່ພັກຜ່ອນຕ່າງແຂວງ ລອງມາແວ່ບໍ່ແກ້ວເບິ່ງເດີ້ 🥰 ມີທັງອາຫານແຊບໆ, ສະຖານທີ່ງາມໆ ທີ່ສຳຄັນຍ່າງໄປເລາະໃສກໍ່ໄດ້ມິດຕະພາບ ແລະ ຮອຍຍິ້ມ (ປລ ຜູ້ສາວບໍ່ແກ້ວ ງາມແຮງເດີ້ ຕາຮັກ ຕາແພງຂະໜາດ) 😆

ຂໍຂອບໃຈ ການບິນລາວ Lao Airlines ທີ່ສະໜັບສະໜຸນການເດີນທາງ #ພາເລາະລາວ ໃນຄັ້ງນີ້ 🙏🏻
ສະຖານທີ່ໃນປະເທດລາວເຮົາຍັງມີຫຼາຍໆບ່ອນທີ່ໜ້າສົນໃຈ ແລະ ໜ້າຄົ້ນຫາ
ມາສະໜັບສະໜຸນການທ່ອງທ່ຽວພາຍໃນປະເທດ

#LaoAirlines #ການບິນລາວ #ລາວທ່ຽວລາວ #ພາເລາະລາວ #jipnoii #ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ: