ຄົວຈິບນ້ອຍ

ພິດຊ່າຫວຽດນາມ ສະໄຕຣຄົວຈິບນ້ອຍ

ແຊບຕາມວາດ ເພິ່ນວ່າພິດຊ່າຫວຽດນາມ 🍕🧀🌮
ເຮົາກໍເຮັດຕາມວັດຖຸດິບທີ່ເຮົາມີຢູ່ ກິນໄດ້ ແຊບພ້ອມ ໃຜວ່າງໆບໍ່ຮູ້ສິເຮັດຫຍັງລອງເຮັດຕາມນີ້ເບິ່ງເດີ້ 😉

🌮ວັດຖຸດິບ:
– ແຜ່ນຢໍ່
– ໄຂ່ໄກ່
– ປູອັດ
– ຮ໋ອກດອກຊີສ
– ໝູສັບ
– ພິກເຜົາ
– ມາຢອງເນສ
– ຊອດໝາກເລັ່ນ

👩🏻‍🍳 ວິທີເຮັດ:
– ຕັ້ງຫີ້ງປີ້ງໃສ່ເຕົາ ໃຊ້ໄຟອ່ອນໆ
– ວາງແຜ່ນຢໍ່ລົງ
– ຕອກໄຂ່ໃສ່ ຕີໄຂ່ໃຫ້ແຕກ ປ້າຍໃຫ້ທົ່ວແຜ່ນ
– ທາຜິກເຜົາໃສ່ ປະມານປາຍບ່ວງແກງ ທາໃຫ້ທົ່ວແຜ່ນ
– ໂຮຍໝູສັບ ປູອັດ ແລະ ຮ໋ອດດອກລົງ
– ບີບມາຢອງເນສ ແລະ ຊ໋ອດໝາກເລັ່ນໃສ່ (ຕາມມັກ)
– ພັບເຄິ່ງ ປີ້ງຕໍ່ດ້ວຍໄຟອ່ອນ
– ຫັນຂອບເຂົ້າມາຂາງໄຟໃຫ້ກອບ
– ໃຊ້ເວລາປີ້ງຕໍ່ອັນປະມານ 7 ນາທີ ເມື່ອທຸກຢ່າງສຸກດີກໍພ້ອມເສີບ

ສະແດງຄຳຄິດເຫັນ: