ຄົວຈິບນ້ອຍ

ມາເຮັດຢໍ່ຈືນກິນ ໃນມື້ພັກຜ່ອນ ທ້າຍອາທິດນີ້

ຢໍ່ຈືນແບບງ່າຍໆ ເຮັດກິນໄດ້ໝົດເຮືອນ ເປັນກິດຈະກຳປະຈຳບ້ານ
ວິທີເຮັດ
– ຊອຍຫົວຜັກບົ່ວໃຫ່ຍ,ເຫັດຫູໜູ, ເຜືອກ, ມັນຝຣັ່ງ, ແຄລ໋ອດ. ເອືອບໝູສັບໃສ່ ເກືອ, ຄະນໍ, ພິກໄທ, ໄຂ່ ຄົນໃຫ້ເຂົ້າກັນ ເອົາເຄື່ອງທີ່ຊອຍລົງ ແລະ ເສັ້ນລ້ອນ
– ຄົນໃຫ້ເຂົ້າກັນ ເອົາແຜ່ນຢໍ່ມາຫໍ່ເລີຍ ແຜ່ນຢໍ່ຂອງແອດເປັນແຜ່ນຢໍ່ລາວເດີ້ ເລີຍໄດ້ເອົາມາຕັດ ໃຜສະດວກເອົາແຜ່ນຫວຽດມາຫໍ່ ກໍ່ໄດ້ເດີ້ ເອົານຳ້ເຊັດແຜ່ນຢໍ່ພໍໜາດໆ ພັນຕາມໃຈເລີຍ ມັກໃຫ່ຍນ້ອຍ ແຕ່ຢ່າເຮັດໃຫ່ຍຫຼາຍເດີ້ ດຽວບໍ່ສຸກ ແລ້ວນຳໄປທອດກິນນຳແຈ່ວຫວານເລີຍ
ພະຍາຍາມບໍ່ເຮັດໃຫ້ເຄື່ອງພັນມີນຳ້ຫຼາຍເດີ້ ເພາະເວລາພັນແຜ່ນຢໍ່ຈະແຕກ
#jipnoiicooking #ຢໍ່ຈືນ

ສະແດງຄຳຄິດເຫັນ: