ຄົວຈິບນ້ອຍ

ວິທີເຮັດ ພຸດດິ້ງ ສະໄຕຣຄົວຈິບນ້ອຍ

ເມນູງ່າຍໆ ແຕ່ສາມາດເຮັດກິນໄດ້ຫຼາຍຄົນ ເຮັດຈັດງານຕ່າງໆກໍໄດ້ນຳ ເຮັດຂາຍກະດີອີກ ມື້ນີ້ jipnoii ຈະມາແນະນຳແນະນຳ ພຸດດິ້ງສູດຂອງ jipnoii ໂດຍສະເພາະເລີຍ

 

ສ່ວນປະກອບ

ຜົງເຕົາຮ໋ວຍ ຫຼື ຜົງພຸດດິ້ງ
ນົມຂຸ້ນຫວານ
ມາລີໝາກໄມ້ລວມ
ສະຕໍເບີຣີ ລີ້ນຈີ່ (ສາມາດເອົາໝາກໄມ້ອື່ນຕາມຄວາມຕ້ອງການ)
ນຳ້ດື່ມ

ປະສົມ ຜົງເຕົາຮ໋ວຍ 2ຊອງ ກັບ ນຳ້ດືມປະມານ 1500ລິດ ແລ້ວຄົນໃຫ້ເຂົ້າກັນຈົນຝົດ

 

ໃສ່ນົມມະລິ ປະລິມານຕາມຄວາມຫວານທີ່ມັກ, ຄົນໃຫ້ເຂົ້າກັນ ປະມານ 15​​ – 20ນາທີ

 

ເມື່ອສ່ວນປະສົມເຂົ້າກັນແລ້ວ ປະໄວ້ໃຫ້ເຢັນປະມານ 5ນາທີ ແລ້ວຕັກອອກໃສ່ຈອກ ຫຼື ພາຊະນະທີ່ຕ້ອງການໄດ້ເລີຍ

 

ປະໃຫ້ພຸດດິ້ງເຊັດໂຕຈົນແຂງ (ຖ້າຕ້ອງການໃຫ້ເຊັດໂຕໄວແນະນຳໃຫ້ເອົາເຂົ້າຕູ້ເຢັນ) ຫຼັງຈາກພຸດດິ້ງເຊັດໂຕແລ້ວກໍ່ແຕ່ງໜ້າໄດ້ຕາມຄວາມຕ້ອງການເລີຍ

 

 

ສະແດງຄຳຄິດເຫັນ: