ຄົວຈິບນ້ອຍ

ວິທີເຮັດ ລາກູ້ ຜູ້ໃດກະເຮັດໄດ້ ສູດງ່າຍ by jipnoii

🥘 ລາກູ້ ຜູ້ໃດກະເຮັດໄດ້ ສູດງ່າຍ:

ຊີ້ນງົວ ຂາລາຍ + ພື້ນທ້ອງ 1 ກິໂລ
ມັນຝຣັ່ງ 3 ຫົວໃຫຍ່
ກາລົດ 3 ຫົວໃຫຍ່
ຫົວຜັກບົວໃຫຍ່ 2 ຫົວ
ໝາກເລັ່ນໃຫຍ່ສົດ(ສັບລະອຽດ) 3 ໜ່ວຍ
ຊອດໝາກເລັ່ນ 1 ແກ້ວນ້ອຍ
ຊອດຫອຍ 4 ບ່ວງແກງ
ນໍ້າຕານ 5 ບ່ວງແກງ
ເກືອ ເຄິ່ງບ່ວງແກງ
ຊີອິວ 3 ບ່ວງແກງ
ພິກໄທດຳ 1 ບ່ວງແກງ
ຂະນໍ 2 ບ່ວງແກງ
ກະທຽມສັບ 4 ບ່ວງແກງ
ຫອມແດງສັບ 2 ບ່ວງແກງ
ເນີຍເຄັມ 1 ກ້ອນ
ນໍ້າ 0.5 ລິດ

📌ຂັ້ນຕອນທີ 1: ໝັກຊີ້ນ
– ຊອຍຊີ້ນຕ່ອນໜາໜ້ອຍຫນຶ່ງ(ເພື່ອຕົ້ມໄປແລ້ວຊີ້ນຈະຫົດ)
– ລະລາຍເນີຍ 1/2 ກ້ອນ ດ້ວຍໄຟອ່ອນ
– ໝັກຊີ້ນດ້ວຍ ຊອດຫອຍ 2 ບ່ວງແກງ
– ນໍ້າຕານ 1 ບ່ວງແກງ ຄະນໍ 1 ບ່ວງແກງ
– ກະທຽມສັບ 1 ບ່ວງແກງ ໃສ່ເນີຍທີ່ລະລາຍໄວ້
– ຄົນໃຫ້ເຂົ້າກັນ ແລັບບໍ່ໃຫ້ລົມເຂົ້າ ແລະ ປະໄວ້ໃນຕູ້ເຢັນ ປະມານ 30 ນາທີ

📌ຂັ້ນຕອນທີ 2: ເຮັດຊອດລາກູ້
– ຕັ້ງໄຟອ່ອນລະລາຍເນີຍ 1/2 ກ້ອນ
– ປ່ຽນເປັນໄຟກາງຖອກກະທຽມສັບ ຫອມແດງສັບທີ່ເຫລືອທັງຫມົດ ລົງໄປຈຽວໃຫ້ຫອມ
– ໃສ່ຊີ້ນທີ່ໝັກ ຜັດຈົນໝາດ
– ໃສ່ໝາກເລັ່ນສັບ ຕົ້ມຈົນສຸກ
– ໃສ່ຊອດໝາກເລັ່ນ ຂັ້ນຕອນນີ້ໝັ່ນຄົນຈົນຊອດປ່ຽນສີເຂັ້ມຂຶ້ນ
– ເຕີມນໍ້າ 0.5 ລິດ ຕົ້ມປະມານ 45 ນາທີ (ຫລັງຈາກເອົານໍ້າລົງ ສາມາດປິດຝາໄດ້ປະມານ 15 ນາທີ ຫລັງຈາກນັ້ນໃຫ້ໝັ່ນຄົນ ເພາະເມື່ອນໍ້າໜ້ອຍ ຊອດອາດຕິດກົ້ນໝໍ້ງ່າຍ)
– ຕົ້ມໄປປະມານ 20 ນາທີ ໃຫ້ໃສ່ມັນຝຣັ່ງ ແລະ ກາລົດກ່ອນ
– ເຫລືອ 10 ນາທີສຸດທ້າຍ ຈຶ່ງເອົາຫົວຜັກບົ່ວໃຫຍ່ລົງ
– ຕຸ໋ນໄຟກາງ ແລະ ໃຫ້ໝັ່ນຄົນ
– 5 ນາທີສຸດທ້າຍ ປຸງເກືອ ນໍ້າຕານ ຊີອິວ ພິກໄທດຳ ແລະ ຄະນໍ

📌ຂັ້ນຕອນສຸດທ້າຍ: ເສີບ
– ຕັກໃສ່ຖ້ວຍ ເສີບພ້ອມເຂົ້າຈີ່
– ເໝາະສຳລັບການເປັນອາຫານເຊົ້າ ແລະ ອາຫານວ່າງ

🌟ເຄັດລັບ:
– ຕ້ອງໝັກຊີ້ນໃສ່ເນີຍກ່ອນທຸກເທື່ອ ຊີ້ນຈະນຸ້ມ ແລະ ຫອມຂຶ້ນ
– ຈຽວກະທຽມໃຫ້ຫອມ ເວລາສັບແລ້ວ ໃຫ້ຢິບເກືອໃສ່ກະທຽມໜ້ອຍໜຶ່ງ ເກືອຈະຊ່ວຍດຶງນໍ້າກະທຽມອອກມາ ເວລາຜັດຈະເຮັດໃຫ້ຫອມ

ສະແດງຄຳຄິດເຫັນ: