ຮ້ານນັ່ງຕຼບ,  ຮ້ານອາຫານ

ສວນອາຫານເກສອນ

📌ອີກສະຖານທີ່ພັກຜ່ອນທີ່ຢາກແນະນຳ 👉 ສວນອາຫານເກສອນ
ເປັນອີກບ່ອນທີ່ ອາຫານແຊບ ບໍລິການດີ ແລະ ບັນຍາກາດດີ ເໝາະແກ່ການຈິບ Somersby 🥂

ອາຫານຂອງສວນນີ້ຈະອອກສະຕາຍຂອງ ຫຼວງພະບາງ
ເມນູແນະນຳ
⁃ ຕຳໝາກຮຸ່ງຫຼວງພະບາງ
⁃ ຕຳ777ເກສອນ
⁃ ພັນປາລາດຊະວັງຫຼວງພະບາງ
⁃ ປີ້ງໄກ່ທາປາແດກ
⁃ ປີ້ງຫອຍຫວານແຈ່ວສົ້ມ ແລະ ເມນູອື່ນອີກຫຼາຍ

ສ່ວນຕົວແອດມັກຕູບຂອງບ່ອນນີ້ ຮູ້ສຶກແຕ່ລະຕູບມີການຕົບແຕ່ງໄດ້ເປັນເອກະລັກ ແຕ່ງຕ່າງກັນໄປ ເບິ່ງແລ້ວທຳມະຊາດດີ

ນອກຈາກຕູບນັ່ງພັກຜ່ອນ ກິນອາຫານ ທາງສວນຍັງມີລານສຳລັບເດັກນ້ອຍຫລິ້ນ ເພ້ນສີໂຕກາຕູນປັ້ນ ຫລື ຫ້ອງແອທີ່ເຄື່ອງຫລິ້ນນຳ ຂີ່ເຮືອຖີບຟຣີ ແລະ ມີມ້າຈູງຍ່າງສຳລັບເດັກ ເໝາະແກ່ການພາຄອບຄົວໄປພັກຜ່ອນ 🍃

📍ສວນອາຫານເກສອນ (ແຜນທີ່ຮູບສຸດທ້າຍ)
ພິກັດ: ບ້ານ ຫົວຂົວ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ ຖ້າຂີ່ໄປຈາກໜອງແຕ່ງປະມານ 15 ນາທີ ຮ້ານຢູ່ກົງກັນຂ້າມກັບຕະຫຼາດຫົວຂົວເລີຍ ຟາກຊ້າຍມືແຄມທາງໃຫຍ່

ຮ້ານເປີດ: ທຸກມື້
ເວລາ: 9 am – 11 pm
☎️ 020 77708777 ແລະ 52472609

#jipnoii #somersby

ສະແດງຄຳຄິດເຫັນ: