ຄົວຈິບນ້ອຍ

ສູດເຂົ້າຈີ່ປີ້ງທາປາແດກ by jipnoii

ສ່ວນປະສົມ:
– ໄຂ່ 5 ໜ່ວຍ
– ປາແດກ 1 ບ່ວງແກງ
– ຂຽບໝູ 1 ຖົງ
– ຫອມປ້ອມ 1 ມັດ
– ກະທຽບ 5 ກີບ
– ໝາກເຜັກ 7 ໜ່ວຍ
ວິທີເຮັດ:
ຂັ້ນຕອນ 1: ຕຳ ກະທຽມ, ໝາກເຜັດ, ຂຽບໝູ, ຫອມປ້ອມ ໃຫ້ເຂົ້າກັນລະອຽດ
ຂັ້ນຕອນ 2: ຕອກໄຂ່ໃສ່ຖ້ວຍ ປຸງປາແດກ, ແປ້ງນົວ(ແລ້ວແຕ່ມັກ) ຕີໄຂ່ໃຫ້ແຕກ
ຂັ້ນຕອນ 3: ເອົາເຄື່ອງທີ່ຕຳໄວ້ ຄົນໃຫ້ເຂົ້າກັບໄຂ່
ຂັ້ນຕອນ 4: ປັ້ນເຂົ້າເປັນກ່ອນ ໂຮຍເກືອໜ້ອຍໜຶ່ງ ບີບໃຫ້ແປ ຂາງໄຟອ່ອນໆ
ພໍເຂົ້າເຫຼືອງມີກິ່ນຫອມ ໃຫ້ຈຸ່ມໄຂ່ ແລ້ວໄປຂາງຕໍ່ (ຈຸ່ມປະມານ 2 ເປືອກ) ເມື່ອໄຂ່ສຸກດີ ກໍພ້ອມເສີຍ
ແນະນຳ:
– ໃຫ້ເຮັດຊິມກ່ອນກ່ອນໜຶ່ງ ຖ້າຈາງໃຫ້ຕື່ມປາແດກ. ຖ້າເຄັມໃຫ້ຕອກໄຂ່ໃສ່ຕື່ມ
– ເວລາຕຳເຄືອງ ຕຳທຸກຢ່າງໃຫ້ເຂົ້າກັນກ່ອນ ຈຶ່ງຕຳຫອມປ້ອມໃສ່ນຳຫຼັງ ຫອມຈັ່ງບໍ່ຊໍ້າຫຼາຍ
– ໃຊ້ໄຟອ່ອນ-ກາງ ຢ່າໃຊ້ໄຟແຮງ ໄຂ່ຈະໄໝ້ ທາງໃນຈະບໍ່ສຸກ
– ລະວັງ ຂຽບໝູເຄັມແລ້ວ ຢ່າໃສ່ປາແດກຫຼາຍ

ສະແດງຄຳຄິດເຫັນ: