ສູດແຈ່ວໝາກນັດງ່າຍໆ ສະໄຕຣຄົວຈິບນ້ອຍ (ມີວີດີໂອ)
🍍🍍🍍ມື້ນີ້ອາກາດດີ ເໝາະແກ່ການກິນຈຸ່ມ 🥩🐟🍍🍍
ມີໃຜມັກແຈ່ວໝາກນັດແນ່ ສົ້ມໆຫວານໆ ຫອມປາແດກ
ກິນກັບຈຸ່ມປາ ຈຸ່ມໝູ, ງົວ ໃສ່ນຳ້ໝາກພ້າວ ແຊບສຸດ
ແອັດຈະມາແຊສສູດ ວິທີເຮັດແຈ່ວໝາກນັດ
ສູດງ່າຍໆ ສະໄຕຣຄົວຈິບນ້ອຍ
👩🏻🍳 ສ່ວນປະກອບ:
– ໝາກນັດ
– ນຳ້ຕານ
– ແປ້ງນົວ
– ປາແດກ
– ໝາກເຜັດ
– ຫົວຜັກທຽມ
👩🏻🍳ວິທີເຮັດປອກຫມາກນັດ ແລະ ກະທຽມ ຫຼັງຈາກນັ້ນເອົາຫົວຜັກທຽມ, ໝາກເຜັດ, ໝາກນັດ ມາປັ່ນລວມກັນແລ້ວເອົາໄປຕົ້ມໃຫ້ຟົດຫນ້ອຍແລ້ວໃສ ນຳ້ຕານ, ແປ້ງນົວ, ປາແດກ ແລ້ວຕົ້ມໃຫ້ຟົດແລ້ວຊິມລົດຊາດ
ປລ. ອັດຕາສ່ວນຂື້ນກັບໝາກນັດ ແລະ ຈຳນວນເຮັດຫຼາຍໜ້ອຍ ແນະນຳໃຊ້ໝາກນັດທີ່ບໍ່ສຸກເດີ້ ເພາະລົດຊາດຈະອອກສົ້ມໆເລີຍ ເຄື່ອງປຸງເລີ່ມຈາກໃສ່ໃນອັດຕາສ່ວນໜ້ອຍໆ ແລ້ວຄ່ອຍໆຊິມ ຄ່ອຍໆເຕີບໃສ່ເອົາ
ສູດ, ວິທີເຮັດ ແຈ່ວໝາກນັດ ແບບວີດີໂອ
#jipnoiicooking #ຄົວຈິບນ້ອຍ #ສູດອາຫານ #ເມນູເດັດ #ອາຫານແຊບບໍ່ມີສູດຕາຍໂຕ #ແຈ່ວໝາກນັດ
ສະແດງຄຳຄິດເຫັນ:

