ສູດ, ວິທີເຮັດ ນົມສົ້ມ (Yogurt) ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ມາເຮັດນົມສົ້ມ ຫຼື Yogurt ກິນເອງງ່າຍໆ ສະໄຕຣຄົວຈິບນ້ອຍ ກິນແລ້ວດີຕໍ່ຮ່າງກາຍ,
ຊ່ວຍໃນການຍ່ອຍອາຫານ, ດີຕໍ່ລຳໄສ້… ສາມາດປະສົມນົມສົ້ມກິນກັບເມັດທັນຍາພືດ, ໝາກໄມ້ ແລ້ວບີບ ນົມ Teapot ໂຮຍໜ້າຕື່ມເພື່ອເພີ້ມຄວາມຟິນ ເພາະ Teapot ມີຫຼາຍລົດຊາດໃຫ້ເລືອກ ມີລົດນົມຂຸ້ນຫວານ, ຄາລາເມວ, ຊາຂຽວ ແລະ ຊ໋ອກໂກແລັດ ມື້ນີ້ແອດກໍ່ໃຊ້ລົດນຳຂຸ້ນຫວານເປັນສ່ວນປະກອບຫຼັກນຳ
ສ່ວນປະສົມ
⁃ ນົມສົດລົດຈືນ 1 ລິດ
⁃ ນົມຂຸ້ນຫວານ Teapot ຫຼອດບີບ 1 ຫຼອດ
⁃ ນໍ້າຮ້ອນ 1 ຈອກນ້ອຍ (ໄວ້ຕີນົມຂຸ້ນ)
⁃ ໂຢເກິດ 3 ບ່ວງແກງ (ໄວ້ເຮັດຫົວເຊື້ອ)





⁃ ຕີນົມຂຸ້ນ Teapot ໃສ່ນໍ້າຮ້ອນ ຕີໃຫ້ລະອຽດຈົນເປັນເນື້ອດຽວກັນ
⁃ ເທນົມສົດລົງປະສົມ ຄົນໃຫ້ເຂົ້າກັນ
⁃ ຕື່ມໂຢເກິດລົງເພື່ອເປັນຫົວເຊື້ອຈຳນວນ 3 ບ່ວງ
⁃ ຄົນໃຫ້ເຂົ້າກັນແລ້ວຮ່າຍໃສ່ຈອກແກ້ວ ນຳໄປເກັບໄວ້ໃນກະຕິກນໍ້າ ເທນໍ້າອຸ່ນໃຫ້ຖ້ວມເຄິງແກ້ວ ແລ້ວປິດຝາໄວ້ 6 ຊົ່ວໂມງ
⁃ ຄົບ 6 ຊົ່ວໂມງ ກໍຈະໄດ້ນົມສົ້ມແຊບໆ ເນື້ອແໜ້ນກຳລັງດີ
ເຄັດລັບ:
⁃ ນໍ້າທີ່ໃຊ້ຕີນົມຂຸ້ນຫວານຕ້ອງແມ່ນນໍ້າຮ້ອນເທົ່ານັ້ນ ຖ້າໃຊ້ອຸ່ນນົມອາດບໍ່ສຸກ ແລະ ອາດຈະເຮັດໃຫ້ອືດທ້ອງໄດ້
⁃ Teapot 1 ຫຼອດ 180 g / ນົມ 1 ລິດ ແມ່ນໃຫ້ຄວາມຫວານກຳລັງດີ ແຕ່ຖ້າໃຜທີ່ມັກຫວານຫຼາຍສາມາດເພີ່ມຄວາມຫວານໄດ້ຕາມໃຈມັກ
⁃ ເມື່ອຄົບ 6 ຊົ່ວໂມງແລ້ວຖ້າຍັງບໍ່ທັນກິນແມ່ນໃຫ້ແຊ່ຕູ້ເຢັນໄວ້
ສະແດງຄຳຄິດເຫັນ:

