ສູດ, ວິທີເຮັດ ນໍ້າສາລີ ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ນຳ້ສາລີເປັນເມນູທີ່ແຊບ ຫວານ ຫອມ ກິນໄດ້ທັງຜູ້ໃຫ່ຍ ທັງເດັກນ້ອຍຈະກິນແບບຮ້ອນ ຫຼື ເຢັນກະແຊບຄົນລະແບບ
ມື້ນີ້ແອດເລີຍມາແນະນຳວິທີເຮັດ ນຳ້ສາລີ ແບບງ່າຍໆສະໄຕຣຄົວຈິບນ້ອຍ 🌽🌽
ສ່ວນປະສົມນໍ້າສາລີ
⁃ ສາລີ 4 ມານ
⁃ ນໍ້າ 2 ລິດ
⁃ ໃບເຕີຍ 4 ໃບ
⁃ ເກືອເຄິ່ງບ່ວງຊາ
ສ່ວນປະສົມນໍ້າເຊື່ອມ
⁃ ນໍ້າຕານ 1 ກິໂລ
⁃ ນໍ້າ 1 ລິດ
⁃ ເກືອ 1 ບ່ວງຊາ
⁃ ໃບເຕີຍ 2 ໃບ
ວິທີເຮັດ:
⁃ ປອກເປືອກ ລ້າງສາລີດິບໃຫ້ສະອາດ
⁃ ຊອຍເມັດສາລີອອກຈາກຝັກ
⁃ ແກນສາລີບໍ່ຟ້າວຖິ້ມ ປາດຕົ້ມລົງໄປໃນໝໍ້ພ້ອມເມັດສາລີ ແລະ ໃບເຕີຍ (ການຕົ້ມແກນໃສ່ນຳ ຈະເພີ່ມຄວາມຫອມ ແລະ ຄຸນປະໂຫຍດຂອງສາລີໄດ້ຕື່ມ)
⁃ ຕົ້ມສາລີຈົນສຸກປະມານ 10 ນາທີ
⁃ ພັກໃຫ້ອຸ່ນ ເອົາແກນສາລີຖິ້ມ ນຳແຕ່ເມັດສາລີກັບນໍ້າມາປັ່ນ
⁃ ປັ່ນໃຫ້ລະອຽດ ແລ້ວກອງເອົາກາກຖິ້ມ
⁃ ນຳນໍ້າສາລີໄປຕົ້ມອີກຮອບ ດ້ວຍໄຟອ່ອນ ປະມານ 10-15 ນາທີ ຫຼື ຈົນເຫັນວ່ານໍ້າສາລີມີການຟົດອີກຮອບກໍປິດໄຟປົງເລີຍ
⁃ ປະໃຫ້ເຢັນ ແລ້ວກໍເສີບໄດ້
ວິທີຕົ້ມນໍ້າເຊື່ອມ
⁃ ຕັ້ງໝໍ້ໃສ່ນໍ້າ ໃສ່ໃບເຕີຍ ຕົ້ມໃຫ້ຟົດ
⁃ ເທນໍ້າຕານລົງ
⁃ ໃສ່ເກືອໜ້ອຍໜຶ່ງ
⁃ ຕົ້ມປະມານ 15 ນາທີ (ຖ້າຢາກໄດ້ນໍ້າຕານແບບເຂັ້ມຂຸ້ນແມ່ນໃຫ້ຕົ້ມຕໍ່ໃຫ້ອາຍນໍ້າລະເຫີຍອອກປະມານ 20-30 ນາທີ)
ເຄັດລັບ:
⁃ ແກນສາລີທີ່ປາດເມັດອອກຕອນທຳອິດ ຖ້າຍັງເຫັນວ່າມີເນຶ້ອສາລີຕິດຢູ່ ໃຫ້ໃຊ້ສັນມີດຂູດອອກ
⁃ ການຕົ້ມສາລີຮອບສອງ ຢ່າໃຊ້ໄຟແຮງ ເພາະຈະເຮັດໃຫ້ນໍ້າສາລີແຍກໂຕ ໃຫ້ໃຊ້ໄຟອ່ອນ ແລະ ໝັ່ນຄົນ
⁃ ຖ້າບໍ່ເຮັດນໍ້າເຊື່ອມ ສາມາດເຕີມນໍ້າຕານລົງໃສ່ຕອນຕົ້ມສາລີຮອບສອງໄດ້ເລີຍ ແຕ່ແນະນຳໃຫ້ຊິມກ່ອນ ເພາະສາລີແຕ່ລະຊຸດມີຄວາມຫວານບໍ່ເທົ່າກັນ ການໃສ່ນໍ້າຕານຈຶ່ງບໍ່ມີປະລິມານຕາຍໂຕ ແຕ່ຖ້າເຮົາເຮັດນໍ້າເຊື່ອມແຍກ ຜູ້ກິນກໍຈະສາມາດຕື່ມຄວາມຫວານຕາມໃຈໂຕເອງໄດ້
#jipnoii #jipnoiicooking #ນຳ້ສາລີ #ສູດເຮັດນໍ້າສາລີ

