ອົບເປັດ ສູດບ້ານຈິບນ້ອຍ
ອົບເປັດ ສູດບ້ານໆ 🦆🥕🥔🥘
🥢ສ່ວນປະສົມ:
– ເປັດ
– ຂ່າ
– ຫົວສິງໄຄ
– ໃບຂີ້ຫູດ
– ກະທຽມ
– ໝາກເຜັດ
– ນໍ້າຕານ
– ເກືອ
– ແປ້ງນົວ
– ນໍ້າປາ
– ຊ໋ອດຫອຍ
– ຜົງກະລີ່
– ນໍ້າດື່ມ
– ກະລົດ
– ມັນຝຣັ່ງ
– ໃບຜັກບົ່ວ
🥕ວິທີເຮັດ:
– ຕັ້ງໝໍ້ໃສ່ນໍ້າມັນໜ້ອຍໜຶ່ງ
– ຕຳ ກະທຽມ ຫົວສິງໄຄ ໃຫ້ແຫຼກ ແລ້ວນໍາໄປຜັດໃນນໍ້າມັນຫອມໆ
– ເອົາຂ່າ ໃບຂີ້ຫູດລົງໄປຜັດຕື່ມ ເພື່ອເພີ່ມຄວາມຫອມ
– ເອົາເປັດທີ່ສັບໄວ້ລົງໄປຜັດ ຄົນໃຫ້ເຂົ້າກັນເກັບເຄື່ອງເທດ ແລະ ເອົາໝາກເຜັດດິບຫັກເຄິ່ງລົງຕາມມັກ
– ປຸງນໍ້າຕານ ເກືອ ຊ໋ອດຫອຍ ນໍ້າປາ ແປ້ງນົວ ຜົງກະລີ່ ຄົນໃຫ້ເຂົ້າກັນ
– ຜັດໄປເລື້ອຍໃຫ້ຫອມ ບໍ່ຟ້າວໃສ່ນໍ້າ ຜັດແລະພັກໄວ້ໜ້ອຍໜຶ່ງໃຫ້ນໍ້າເປັດອອກ ຈາກນັ້ນຈຶ່ງເອົານໍ້າດື່ມໃສ່ໃຫ້ຖ້ວມເປັດໜ້ອຍໜຶ່ງ
– ເອົາຝາປິດໝໍ້ ອົບໄຟກາງໆ ປະມານ 30 ນາທີ
– ເອົາກະລົດ ແລະ ມັນຝຣັ່ງລົງ ຕອນນີ້ຖ້າເຫັນນໍ້າແຫ້ງກໍຕື່ມນໍ້າໃສ່ໜ້ອຍໜຶ່ງ
– ອົບຕໍ່ອີກ 15 ນາທີ ຊິມເບິ່ງຄວາມເປື່ອຍຂອງເປັດຕາມໃຈມັກ
ຖ້າໃຜມັກເປື່ອຍໆກໍອົບຕໍ່ ຖ້າໃຜມັກບໍ່ເປື່ອຍຫຼາຍກໍຖືວ່າໃຊ້ໄດ້ແລ້ວ ຕັກເສີບໄດ້ເລີຍ
– ບາດສິປົງ ຊອຍໃບຜັກບົ່ວໂຮຍຕື່ມຈະຫອມແຊບ ແລະ ສວຍງາມ
🥘ເມນູນີ້ ຈະກິນແບບລາດກັບເຂົ້າຈ້າວຮ້ອນໆ ຫລື ເຮັດເປັນກັບແກ້ມກໍໄດ້ (ສູດນີ້ຈະໃສ່ໄມ້ສຳລັບອົບ ຫລື ບໍ່ໃສ່ກໍໄດ້ ແລ້ວແຕ່ຄົນມັກ)
😋 ຊິມລົດຊາດໃຫ້ອອກ ເຄັມ ຫວານ ນົວ ຕາມໃຈມັກ ແລະ ທີ່ຂາດບໍ່ໄດ້ໃຫ້ໃສ່ເຄື່ອງເທດຫຼາຍໆ ອົບເຮົາຈະຫອມ ແລະ ແຊບ 👍

