ຮ້ານອີ່ມຄັກ ຈຸ່ມຖາດ 5000ກີບ ແລະ ອາຫານຕາມສັ່ງ
ມາລອງຈຸ່ມ ນໍ້າຊຸບ 5 ນໍ້າ ແອດເຄີຍກິນສູງສຸດກະ 4 ນໍ້າ ແຕ່ຮ້ານນີ້ພິເສດ ຈັດມາເລີຍ 5 ໝໍ້ ແອດຈະວິວລຽງຕາມຄວາມມັກເລີຍ
ຢື່ນ 1. ແອດໃຫ້ນໍ້າໝາກພ້າວ (ຈຸ່ມເສືອ ຈໍ້າແຈ່ວຕັບ ສຸດຍອດ 👍🏻) ທີ 2. ໃຫ້ນໍ້າຈຸ່ມຈີນ ເຜັດຮຶນກຳລັງດີ ທີ 3. ໃຫ້ຈຸ່ມເບຍ (ຟັງບໍ່ຜິດ ຈຸ່ມເບຍ ໃຜຢາກຮູ້ເປັນຈັ່ງໃດ ຕ້ອງລອງ) 4-5 ໃຫ້ ຈຸ່ມເພ້ຍ ແລະ ນໍ້າໃສ
ໃຜມັກຈັ່ງໃດ ລອງເລືອກຊິມເບິ່ງເດີ້ ຕອນສວາຍ ທາງຮ້ານມີອາຫານຕາມສັ່ງນຳ
📍ຮ້ານອີ່ມຄັກ ຈຸ່ມຖາດ 5000ກີບ ແລະ ອາຫານຕາມສັ່ງ ບ້ານດອນແດງ
ພິກັດ: ແຖວດອນແດງ ກາຍເດີ່ນກ໋ອບໄປໜ້ອຍໜຶ່ງ ຮ້ານຢູ່ຂວາມື ຂ້າງຮ້ານເຝີເຮືອ
ຮ້ານເປີດ: ທຸກມື້
ເວລາ: 9 am – 11.30 pm
☎️ 020 23232289
ສະແດງຄຳຄິດເຫັນ:

