ຮ້ານ ກາເຟ ໃຈກາງເມືອງ ມູມຖ່າຍຮູບງາມ
Espécial Café & Bar
ຮ້ານກາເຟທີ່ເຕັມໄປດ້ວຍມົນສະເໜ່ກາເຟຂອງທາງຮ້ານ ແຊບ ຫອມ ເປັນເອກະລັກຂອງຮ້ານ ມີມູມໃຫ້ເຮົາໄດ້ນັ່ງໄດ້ຫຼາຍມຸມ
ຈະນັ່ງກິນມຸມໜ້າຮ້ານ ຖ່າຍຮູບຊິວໆ ນັ່ງໃນຮ້ານກໍ່ມີມຸມຖ່າຍຮູບງາມໆ
ຫຼື ຈະຊື້ກັບບ້ານກໍ່ຍັງຈັບມາຖ່າຍຮູບໄດ້ chic chicມົນສະເໜ່ທີ່ເວົ້າເຖິງແມ່ນການຕົບແຕ່ງຮ້ານຂອງເພີ່ນທີ່ມີເອກະລັກສະເພາະ ໂດຍການນຳເອົາຫວາຍມາຕົບແຕ່ງເປັນເຟີນີເຈິ ແລະ ຂອງຕົບແຕ່ງຮ້ານ ອອກມາໄດ້ລົງໂຕເຂົ້າກັນຈະອອກ style vintage ແນ່, ມີມຸມຖ່າຍຮູບຫຼາຍມຸມ ໂດຍສະເພາະໜ້າຮ້ານໃຜໄປຕ້ອງໄປຖ່າຍເດີ້ ຖ່າຍອອກມາລະເລີດສຸດ
ນອກຈາກກາເຟທີ່ແຊບແລ້ວ ທາງຮ້ານຍັງມີອາຫານ ຂະໜົມນຳອີກ
ຮ້ານໃຈກາງເມືອງ ເໝາະແກ່ການໄປນັ່ງຊິວໆ
Espécial Café & Bar
ກາຍຫໍວັດທະນາທຳ ກົງກັນຂ້າມຮ້ານ mango
020 5844 4234
ເປີດ ຈັນ-ອາທິດ 7:30 – 11:30
ສະແດງຄຳຄິດເຫັນ:

