ຍຳ,  ຕຳ,  ຮ້ານອາຫານ

ຮ້ານ ຕຳຍຳ ແລ້ວແຕ່ອາລົມ STD coffee

ເປັນຕຳ ເປັນຍຳທີ່ແຊບທີ່ສຸດໃນສາມໂລກ ເທົ່າທີ່ກິນມາ😱😋
ຕ້ອງລອງ ແອດໄປມາມື້ວານ ຟິນແຮງ 🌶🌶🌶
ຄັນບໍ່ຄາຫຍັງ ມື້ນີ້ສິໄປອີກ 😁

ຕິດໃຈຫອຍແຄງ ບໍ່ຮູ້ວ່າລວກຈັ່ງໃດ ແບບວ່າແຊບແຮງ
ມັນສະດຸ້ງກຳລັງດີ ເພິ່ນວ່າສູດສະເພາະ ບໍ່ມີໃຜຄື

ໄປກິນເຂົ້າສວາຍກະໄດ້ເດີ້ ມີອາຫານສວາຍນຳ ມີບ່ອນລ້າງລົດອີກ ຄັກສຸດ 👍🏻

☝🏻ຫ້າມພາດຊາຂຽວເດີ້ ແຊບ

📍ຮ້ານ ຕຳຍຳ ແລ້ວແຕ່ອາລົມ STD coffee (ແຖວດົງປ່າແຫຼບ-ແຜນທີ່ຮູບສຸດທ້າຍ)
ເປີດ: 7 am – 8 pm
ສອບຖາມເພີ່ມເຕີມ: 020 22222188

ສະແດງຄຳຄິດເຫັນ: