ປີ້ງ,  ຮ້ານອາຫານ

ຮ້ານ ປີ້ງ 500 ສະພານທອງ

ເຂົາມີແນວສິມາເລົ່າ 😄
ມື້ກ່ອນແວ່ກິນປີ້ງຕຳຮ້ານໝຶ່ງ ເກືອບຖືກເຈົ້າຂອງຮ້ານຮ້າຍ 😅 ໂທດຖານຖາມລາວຫລາຍໂພດ 55

ລາວວ່າສິຖາມໄປຫຍັງຫຼາຍ ສິໄປເຮັດຂາຍຫວາ ໂອ່ຍໆ 🤣
ລຳພັງເລາະກິນກະບໍ່ມີເວລາສິໄປເຮັດຫຍັງແລ້ວຈ້າ ກະເລີຍຕອບໄປວ່າ ເຂົາຖາມເພື່ອໝູ່ເຂົາ ຂະເຈົ້າມັກຖາມ ວ່າໄປກິນຫຍັງ ຢູ່ໃສ ລາຄາຈັ່ງໃດ ຮ່າຮ່າ… 😂

🤣 ເຫັນໃຈກັນແດ່ເດີ້ FC Jipnoii ຄັນໂພສໃດບໍ່ມີເບີໂທຮ້ານໃຫ້ ຫລືຂໍ້ມູນບໍ່ຄົບ ກະບໍ່ວ່າກັນເນີ້ 55 ບາງຮ້ານມັນກະເອົາມາບໍ່ໄດ້ຫັ້ນນະ ແບບເຂົາກະຂາຍດີ ບໍ່ມີເວລາລົມເຮົາ ແຕ່ລວມໆນາງກະໜ້າຮັກ
ຕຳກະແຊບ ປີ້ງກະແຊບ ໄມ້ 500 ກີບ

📍ຮ້ານ ປີ້ງ 500 ສະພານທອງ (ໃນຮ່ອມ 4 ແຍກທີ່ມາແຕ່ທາງໂຈມ້າ ໃຫ້ຂີ່ຊື່ໆມາທາງທີ່ຈະຊອດຊັບພະ ຈະມີຮ້ານປີ້ງຢູ່ຊ້າຍມື)

ປີ້ງໄມ້ລະ 500 ກີບ
ເປັນຊຸດ 5.000 ກີບ ໄດ້ 9 ໄມ້ ພ້ອມຜັກພັນ (ບໍ່ມີເຂົ້າປຸ້ນ)
📌ຖ້າຢາກເຂົ້າປຸ້ນ ຊື້ໄປເອງ (ເພາະເຂົ້າປຸ້ນຢູ່ຮ້ານມີແຕ່ໄວ້ຕຳ)

ເປີດ: ທຸກມື້
ເວລາ: 4 pm – 10 pm

ສະແດງຄຳຄິດເຫັນ: