ຮ້ານ ແຊບເຂົ້າເສັ້ນ (ຢູ່ໃນປໍ້ານໍ້າມັນ PP Oil ຫນອງໜ່ຽງ)
ມາລອງຮ້ານໃຫມ່ ຮ້ານ ແຊບເຂົ້າເສັ້ນ ແຊບແທ້ 👍🏻 ແບບວ່າ ຈານ 15.000 ໄດ້ໂຄດຫລາຍ ໂດຍສະເພາະເຂົ້າປຽກຊົງເຄື່ອງຈັດເຕັມແຮງ 😁 ຖືກໃຈແອດ
ແນະນຳ ເຂົ້າໝູກະທຽມເດີ້ ແຊບ ໝູທອດແຈ່ວປາແດກສຸກກະດີ ກະເພົາໝູສັບມາເຕັມບໍ່ມີປົນໝາກຖົ່ວ ຜັດໄທຫໍ່ໄຂ່ກະໂອຜັດເສັ້ນຫອມດີ ຖ້າໃຜກາຍມາແຖວຫລັກ 5 ຫໍປະຊຸມລອງແວ່ຊິມເບິ່ງເດີ້ ມີນໍ້າຫວານເຢັນນຳ 😋
📍ຮ້ານ ແຊບເຂົ້າເສັ້ນ (ຢູ່ໃນປໍ້ານໍ້າມັນ PP Oil ຫນອງໜ່ຽງ. ຖ້າມາແຕ່ທາງໄຟແດງຫໍປະຊຸມ ຂີ່ລົງມາທາງໜອງໜ່ຽງ ກ່ອນຮອດ BBQ Dome ຈະມີປໍ້າຢູ່ຂວາມື ຮ້ານຂີ່ເຂົ້າໄປໃນປໍ້າ)
ຮ້ານເປີດ: 9 am – 5 pm (ປິດວັນອາທິດ)
☎️ 030 5388548 ເພິ່ນຮັບເຮັດເຂົ້າກ່ອງນຳ (ສັ່ງ 10 ກ່ອງຂຶ້ນໄປ ສົ່ງຟຣີ)
ສະແດງຄຳຄິດເຫັນ:

