ປີ້ງ,  ຮ້ານອາຫານ

ເຂົ້າປີ້ງແຊບ

ຈັກວ່າເພິ່ນປີ້ງຈັ່ງໃດ ແຊບແທ້ ແຊບວ່າ 😋
ເປັນເຂົ້າປີ້ງທີ່ນຸ້ມ ຫອມ ອ່ອນແຊບ ຊື້ຝາກໃຜ ໃຜກະວ່າແຊບ 👍
ໃຜເຄີຍລອງແດ່ ເຂົ້າປີ້ງແຊບຕະຫຼາດຂອງກິນສຸກທາດຫຼວງ

ຮ້ານນີ້ແນະນຳເລີຍ ໂຕເຜັດຜູ້ໃຫຍ່ຕ້ອງລອງ
ສ່ວນໂຕບໍ່ເຜັດຊື້ໃຫ້ເດັກນ້ອຍກິນ ຮັບຮອງຕິດໃຈ ບອກຊື້ໃຫ້ກິນອີກ

ເພິ່ນປີ້ງໄຟອ່ອນໆ ສຸກທົ່ວໆ ແມ້ແຕ່ກົ້ນບ່ອນດ້າມຈັບກໍປີ້ນລົງມາປິ້ງ
ສຸກແລ້ວມີໃບຕອງຂັ້ນໃຫ້ທຸກອັນຄວາມວ່າລະອຽດ

📍ຮ້ານ ເຂົ້າປີ້ງແຊບ (ຕະຫຼາດຂອງກິນສຸກທາດຫຼວງ)
ພິກັດ: ຍ່າງເຂົ້າໃນຕະຫຼາດ ຮ້ານຢູ່ຊ້າຍມື

ຮ້ານເປີດ: ທຸກມື້
ເວລາ: 5 pm – 8 pm

ສະແດງຄຳຄິດເຫັນ: