ເຂົ້າປີ້ງ ສີໄຄ
ເຂົ້າປີ້ງສີໄຄ ມາເທື່ອໃດຫລົງຮ່ອມທຸກເທື່ອ ລະກະບໍ່ທັນຂະຫນົມຄົກຈັກເທື່ອ 555
ມື້ນີ້ສິມາບອກໄປຈັ່ງໃດໃຫ້ຮອດ ແລະ ໄດ້ກິນຂະໜົມຄົກ 🤣
🗺 ທາງໄປ: ຂີ່ໄປທາງສີໄຄ ກາຍເດີ່ນບິນ ຂີ່ຊ້າໆ ແນມຊ້າຍມື ເຫັນບ່ອນເທີນລົດໜ້າໂຮງຮຽນ ມ.ຕົ້ນສີໄຄ ແລ້ວໂຄ້ງກັບ ນັບມາ 2 ຮ່ອມ ແລ້ວລ້ຽວເຂົ້າຮ່ອມທີ2 ຂວາມື ມຸ່ງໜ້າໄປທາງຄູແຄມຂອງ ຂຶ້ນຄູໄປລ້ຽວຊ້າຍ ຂີ່ໄປໜ້ອຍໜຶ່ງ ຈະເຫັນຫ້ອງການບ້ານ ຮ້ານຈະຢູ່ຫລັງຫ້ອງການບ້ານເລີຍ
ເຮັດຈັ່ງໃດຈັ່ງທັນຂະຫນົມຄົກ 📌 ໂທສັ່ງກ່ອນ !! ຂໍຍໍ້າ ໃຫ້ໂທສັ່ງກ່ອນ ເບີ: 020 59555177
📍ເຂົ້າປີ້ງ ສີໄຄ
ຮ້ານເປີດ: ທຸກມື້ (ຖ້າບໍ່ແນ່ໃຈໂທຖາມກ່ອນ) ເວລາ: ປະມານ 10 am – 2 pm
ສະແດງຄຳຄິດເຫັນ:

