ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

ເຂົ້າປຸ້ນຮ້ອນ ໄຊຍະ

ເຄີຍກິນ ເຂົ້າປຸ້ນຮ້ອນ ໄຊຍະບໍ່ ?
ເປັນເຂົ້າປຸ້ນບີບສົດ ກິນກັບລວກຜັກບົ້ງໃຫມ່ໆ + ຜັກກ້ານຈອງ
ຄ້າຍໆຄືເຂົ້າປຸ້ນແຈ່ງຂິງ ແຕ່ເປັນຂິງແບບໄຊຍະ ປຸງດ້ວຍຂິງຕຳ ຫມາກເຜັດ ຊີອິ້ວຫວານ ຫມາກນາວ ນໍ້າສົ້ມ ນໍ້າປາ ນໍ້າຕານ ແລ້ວແຕ່ໃຜມັກ ສຸດທ້າຍໂຮຍດ້ວຍເຂົ້າໂຄບກອບໆ ແຊບສຸດ🌶🌶😋

📍ໃຜໄປໄຊຍະບູລີ ລອງຫາຊິມເບິ່ງ ຮ້ານນີ້ແອດມິ້ນກິນຢູ່ແຖວບ້ານຜາປູນ ແຊບຈົນຢາກມາເລົ່າໃຫ້ຟັງ

ສະແດງຄຳຄິດເຫັນ: