ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

ເຂົ້າປຸ້ນແຊບ ບໍ່ແກ້ວ

1 ໃນຮ້ານທີ່ບໍ່ຄວນພາດ ເມື່ອມາຮອດ ຫ້ວຍຊາຍ ແຂວງ ບໍ່ແກ້ວ
ເປັນຮ້ານເຂົ້າປຸ້ນນໍ້າແຈ່ວ ນໍ້າປາ ແລະ ນໍ້າຊີ້ນ 🍜
ຫຼື ແຖວນີ້ເພິ່ນເອີ້ນນໍ້າຄວາຍ ເປັນອີ່ຫຍັງທີ່ບໍ່ຄວນພາດ

ມັກບ່ອນ ຕ່ອນລາຄາບໍ່ແພງຫຼາຍ
ເລີ່ມຕົ້ນຕ່ອນ 2.000 ກີບ
ຖ້າເປັນໃສ້ຕັນ ກັບ ຊີ້ນຂາລາຍກໍ 5.000 ກີບ

ຄວາມແຊບ ແທບຈະບໍ່ໄດ້ປຸງ ກິນກັບໝາກເຜັດຂີ້ໜູ ເຂົ້າກັນດີຂະໜາດ 😋
ຕ່ອນເລືອດກໍນຸ້ມໆ ກິນແລ້ວຟິນໆ ມາກິນແລ້ວຢາກມາອີກ

📍 ຮ້ານ ເຂົ້າປຸ້ນແຊບ (ແຄມຂອງ ຫ້ວຍຊາຍ ຂ້າງເຮືອນພັກບໍ່ແກ້ວ)
ຮ້ານເປີດ: ທຸກມື້ ແຕ່ 7 ໂມງເຊົ້າ 9 ໂມງກໍໝົດແລ້ວ

#ລາວທ່ຽວລາວ #ພາເລາະລາວ #ເຂົ້າປຸ້ນ #ບໍ່ແກ້ວ #jipnoiiພາເລາະລາວ

ສະແດງຄຳຄິດເຫັນ: