ເຂົ້າປຽກນາງຄຳຕັນ ຮ່ອມດາວຄຳ
ມື້ນີ້ຄືເປັນອາລົມຢາກກິນເຂົ້າປຽກນໍ້ ເຂົ້າປຽກດັງບ້ານນາຄຳ ຕ້ອງຮ້ານນີ້ເລີຍ ແຊບບບ ກິນແຕ່ສະໄໝເປັນສາວ 🤣 ມີທັງເຂົ້າປຽກໝູກອບ ແລະ ໝູສັບ ແອດມັກໝົດສອງ ເລີຍຈັດພິເສດ ມັກຫອມຈຽວຮ້ານເພີ່ນ ເພາະເພີ່ນຈຽວເອງເລີຍ ເວົ້າມາລະຫິວ
📍ເຂົ້າປຽກນາງຄຳຕັນ ຮ່ອມດາວຄຳ ຮ່ອມທີສອງ ປາກຮ່ອມແມ່ນມີຮ້ານອາຫານຈີນ ແລະ ຮ້ານຂາຍຄອມ ກົງກັນຂ້າມວັດອຸມຸງເດີ້ ເຂົ້າໄປປະມານ 200ແມັດຮ້ານຢູ່ຂວາມື
📞 020 55036693 020 22426699 ປິດ ເສົາ-ທິດ ເປີດ ຈັນ-ສຸກ 8:00ເຊົ້າ – 3ໂມງ(ຈົນເຄື່ອງໝົດ)
ສະແດງຄຳຄິດເຫັນ:

