ເຂົ້າປຽກ ຈິບ ຈິບ
ຕັ້ງແຕ່ໂຄວິດມາ ຫາກໍ່ຮູ້ວ່າ ແຖວບ້ານມີຮ້ານແຊບຫຼາຍແຮງ 😋
ຮ້ານນ້ອຍໆແຕ່ຄວາມແຊບບໍ່ແພ້ໃນເມືອງ ແລະ ທີ່ສຳຄັນຄືບໍ່ແພງ
ເຝີຖ້ວຍ 15.000 ກີບ 👍
ຊີ້ນຂາລາຍ ໃຫ້ຕ່ອນຫຼາຍ ມີຜັກດອງ ສຸດໃຈອີ່ເຈີ້ຍ 🥩🍜
ຜັກສົດຄຸ້ຍສຸກີ້ ຫຼື ໝາກເຜັດອ່ອນຄຸ້ຍກະປິ ຄວາມສຸກກໍສໍ່ານີ້
📍ຮ້ານ ເຂົ້າປຽກ ຈິບ ຈິບ (ເຂົ້າປຽກໝູ-ໄກ່, ໝີ່ກ້ຽວໝູແດງ, ເຝີ)
🗺 ພິກັດຄວາມແຊບ: ສາມແຍກສົມໂຮງ (ບໍ່ໂອ)
ຖ້າມາແຕ່ທາງຈີ່ນາຍໂມ້ ໃຫ້ຂີ່ຊື່ມາທາງບໍ່ໂອ ຮອດສາມແຍກທຳອິດ ໂຮງຮຽນ ມໍປາຍ ໃຫ້ລ້ຽວຊ້າຍຂີ່ກາຍໄປ
ຂີ່ມາຈົນຮອດສາມແຍກ ໂຮງຮຽນ ມໍຕົ້ນ ກໍໃຫ້ແຍກໄປຊ້າຍອີກ ບໍ່ຮອດ 50 ເເມັດ ຮ້ານຈະຢູ່ຊ້າຍມື ກ່ອນປໍ້ານໍ້າມັນ (ເບິ່ງໜ້າຮ້ານຮູບສຸດທ້າຍ)
ຮ້ານເປິດ: ທຸກມື້
ເວລາ: 7 am – 2 pm
ສະແດງຄຳຄິດເຫັນ:

