ເຂົ້າມັນໄກ່ ແບບໃຊ້ໝໍ້ຫຸງເຂົ້າ
ມາລອງເຮັດ ເຂົ້າມັນໄກ່ ແບບໃຊ້ໝໍ້ຫຸງເຂົ້າ
ຮັບຮອງວ່າແຊບ ທີ່ສຳຄັນແມ່ນເຮັດງ່າຍ
ໃຜຢູ່ບ້ານຊ້ວງນີ້ຄິດຢາກກິນເຂົ້າມັນໄກ່ ລອງເຮັດກິນໄດ້ເດີ້
ເຂົ້າມັນໄກ່
👩🏻🍳 ສ່ວນປະກອບ:
– ເຂົ້າຈ້າວ
– ໄກ່ ມັກສ່ວນໃດສາມາດໃຊ້ຕາມມັກເລີຍ
– ນຳ້ຕານ
– ຫົວຜັກທຽມທຽມ
– ເຕົ້າຈ້ຽວ
– ສະອິ້ວດຳ
– ແປ້ງນົວ
– ຫມາກເຜັດ
– ຂີງ
👩🏻🍳 ວິທີເຮັດ:ຕົ້ມໄກ່ໃສ່ຫມໍ້ຫຸ່ງເຂົ້າ ສ່ວນຮາກຫອມປ້ອມ, ຂີງ ແລະ ເກືອລົງໄປຕົ້ມໃຫ້ສຸກພໍປະມານ ຫລັງຈາກນັ້ນຕັກໄກ່ອອກແລ້ວເອົານຳ້ຕົ້ມໄກ່ໄປຫຸງເຂົ້າຕໍ່ ກະນຳ້ໃຫ້ຄືເຮົາຫຸງເຂົ້າປົກກະຕິ ແລ້ວເອົາຕ່ອນໄກ່ລົງໄປຫຸງເຂົ້ານຳ ຖ້າຈົນເຂົ້າສຸກກໍ່ສາມາດກິນໄດ້
ວິທີເຮັດແຈ່ວ: ຕຳຫມາກເຜັດ, ຫົວຜັກທຽມ, ຂີງ, ຮາກຫອມປ້ອມ ໃຫ້ເຂົ້າກັນຫລັງຈາກນັ້ນປຸງດ້ວຍ ນຳ້ຕານ, ແປ້ງນົວ, ສະອິວດຳ ແລະ ເຕົ້າຈ້ຽວ ຕາມດ້ວຍນຳ້ຊຸບຫນ້ອຍຫນຶ່ງ ແລ້ວຊິມຕາມມັກເລີຍ
#jipnoii #ເມນູຢູ່ບ້ານ #ເຂົ້າມັນໄກ່ໝໍ້ຫຸງເຂົ້າb#jipnoiicooking
ສະແດງຄຳຄິດເຫັນ:

