Events,  Jipnoii ຣີວິວ,  News

ເປິດໂຕ ເພົ້າສ໌ ແອັບພິເຄເຊິນ | Grand opening of Pulse application

[ English below ]

ເປິດໂຕ ເພົ້າສ໌ ແອັບພິເຄເຊິນ
ແອັບ​ພິເຄເຊິນ ທີ່ຊ່ວຍຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ
Grand opening of Pulse application, the AI-powered app that helps to manage your health for free.
ບໍ​ລິ​ສັດ ພູຣເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ໃນວັນທີ 19 ຕຸລາ 2020 ເປັນແອັບ​ພິເຄເຊິນ ທີ່ຊ່ວຍຈັດການດ້ານສຸຂະພາບ ເຊິ່ງເປັນການນຳໃຊ້ລະບົບ ປັນຍາປະດິດ ຫຼື Ai ເປັນເຄື່ອງມືໃນການໃຫ້ຂໍ້ມູນ ມີຄວາມຊັດເຈນສຳລັບຜູ້ໃຊ້ງານ
Prudential Life Assurance (Lao) Company Limited has officially launched the Pulse application on 19th October 2020, which this application can manage your health information by using An artificial intelligence or AI as a tool to gather your health information and generate an accurate information for users.
ເພົ້າສ໌ ແອັບພິເຄເຊິນ ຢາກໃຫ້ຜູ້ໃຊ້ງານສາມາດກວດສອບສຸຂະພາບ ປະເມີນສຸຂະພາບດ້ວຍຕົວເອງ ໄດ້ໃນເບື່ອງຕົ້ນ, ເປັນບ່ອນຊຸມນຸມສຳລັບຜູ້ທີ່ມັກດ້ານສຸຂະພາບ, ສາມາດເຊື່ອມໂຕກັບ Smart Watch ມີຕົວບັນທຶກດັດສະນີວັດມວນກາຍ ສາມາດກວດສອບຜິວໄດ້ນຳວ່າຜິວເຮົາສຸຂະພາບດີບໍ່ ມີຮ້ອງຮອຍຫຍັງບໍ່ ແລະ ທີ່ສຳຄັນມີຟັງຊັ້ນທີ່ ສາມາດຊອກໂຮງໝໍ ແລະ ຄີລນິກທີ່ຢູ່ໃກ້ໂຕໄດ້ນຳ ບໍ່ວ່າຈະຢູ່ຕ່າງແຂວງກໍ່ສາມາດຊອກໄດ້ ຈະມີບອກເບີໂທ ແລະ ມີ Location ໃຫ້ເຮົານຳ ເວົ້າງ່າຍໆຄື ສາມາດເຂົ້າເຖິງຂໍ້ມູນສຸຂະພາບ ໄດ້ງ່າຍ ສະດວກ ແລະ ທຸກໆສະຖານທີ່ ທີ່ສຳຄັນແມ່ນໃຊ້ຟຣີ
Pulse application would like users to perform a self-preliminary health check up, to join in a health community, to connect with a smart watch that records your skin indicator and can check your skin’s health, skin’s blemish as well as having a special function that can find a nearest hospitals and clinics with contact information in any location (provincial area included). In brief, Pulse application can visualize your health information with a user-friendly feature and anywhere for free.

ດາວໂຫຼລດ ເພົ້າສ໌ ແອັບພິເຄເຊິນ | Download Pulse Application:
iOS: https://apple.co/3jopioa
Android: https://bit.ly/35o2uQA

ສະແດງຄຳຄິດເຫັນ: