ເຮັດກະແລ້ມງ່າຍໆ ສະໄຕຣຈິບນ້ອຍ
ຮ້ອນໆແບບນີ້ມາເຮັດ ກະແລ້ມ ກິນດັບຮ້ອນນຳກັນ ເຮັດກິນເອງໄດ້ງ່າຍໆ ໂດຍໃຊ້ ວັດຖຸດິບພຽງ 3 ຢ່າງ ແລະ ນົມ Teapot ຫຼອດບີບ ເພາະມີຫຼາຍລົດຊາດໃຫ້ເຮົາເລືອກໃຊ້ໄດ້ຕາມໃຈ 🍦🍦
ມື້ນີ້ແອດຈະເຮັດກະແລ້ມ 3ລົດຊາດ
🍫🍦 ຊ໋ອກໂກແລັດ
🍵🍦ຊາຂຽວ
🌽🍨 ສາລີ
�ມີແບບບໍ່ໃຊ້ເຄື່ອງປັ່ນ ແລະ ແບບໃຊ້ເຄື່ອງປັ່ນ
ວິທີເຮັດມີຂັ້ນຕອນຈັ່ງໃດ ກົດເບິ່ງເລີຍ 😉
#ທີພອດຫລອດບີບ #ແຊບສະດວກ
🍦ກະແລ້ມລົດຊ໋ອກໂກແລັດ 🍫 (ແບບບໍ່ໃຊ້ເຄື່ອງປັ່ນ)
ສ່ວນປະສົມ:
⁃ ວິບປິ້ງຄີມ 500 ml ( ຫລື 2 ຈອກແກ້ວ)
⁃ ນົມຂຸ້ນຫວານ Teapot ລົດຊ໋ອກໂກແລັດ 1 ຫຼອດ
⁃ ຜົງໂກໂກ້ 4 ບ່ວງແກງ (ໜ້ອຍຫຼາຍຕາມມັກ)
👩🏻🍳 ວິທີເຮັດ:
⁃ ໃຊ້ວິບປີ້ງຄີມແຊ່ເຢັນ ຕີໃສ່ຊາມທີ່ວາງເທິງນໍ້າກ້ອນ ຕີໃຫ້ຟູຈົນສາມາດຕັ້ງຢອດອ່ອນໆໄດ້ ໂດຍໃຊ້ຕະກໍ້ມື ຫຼື ເຄື່ອງຕີໄຟຟ້າກໍໄດ້ (ການຕີວິບປິ້ງຄີມຕ້ອງຕີຕອນມັນເຢັນຈຶ່ງຂຶ້ນຟູ ໃຊ້ຕະກໍ້ມືຕີກະໄດ້ ແບ່ງຕີເທື່ອລະ 250 ml ຫຼື ເທື່ອລະເຄິ່ງຈະຂຶ້ນຟູໄວກວ່າ ໃຊ້ເວລາຕີປະມານ 3-5 ນາທີກໍຂຶ້ນຟູແລ້ວ
⁃ ບີບນົມຂຸ້ນຫວານ Teapot ລົດຊ໋ອກໂກແກັດໃສ່ແລ້ວຄົນໃຫ້ເຂົ້າກັນ
⁃ ໃສ່ຜົງໂກໂກຄົນຈົນເປັນເນື້ອດຽວ (ຮອດຂັ້ນຕອນນີ້ສາມາດຊິມລົດຊາດຕາມມັກ ກ່ອນເທໃສ່ກັບເຂົ້າຕູ້ເຢັນໄດ້)
⁃ ແລ້ວເທໃສ່ກັບປິດຝາເຂົ້າຕູ້ເຢັນຊ່ອງຟີດແຊ່ແຂງປະມານ 6-10 ຊົ່ວໂມງ ເມື່ອຄົບກຳນົດກໍສາມາດນຳເສີບໄດ້ເລີຍ
🍦ກະແລ້ມລົດຊາຂຽວ 🍵 (ແບບບໍ່ໃຊ້ເຄື່ອງປັ່ນ)
ສ່ວນປະສົມ:
⁃ ວິບປິ້ງຄີມ 500 ml ( ຫລື 2 ຈອກແກ້ວ)
⁃ ນົມຂຸ້ນຫວານ Teapot ລົດຊາຂຽວ 1 ຫຼອດ
⁃ ຜົງຊາຂຽວ 4 ບ່ວງແກງ (ໜ້ອຍຫຼາຍຕາມມັກ)
👩🏻🍳ວິທີເຮັດ:
⁃ ໃຊ້ວິບປີ້ງຄີມແຊ່ເຢັນ ຕີໃສ່ຊາມທີ່ວາງເທິງນໍ້າກ້ອນ ຕີໃຫ້ຟູຈົນສາມາດຕັ້ງຍອດອ່ອນໆໄດ້ ໂດຍໃຊ້ຕະກໍ້ມື ຫຼື ເຄື່ອງຕີໄຟຟ້າກໍໄດ້ (ການຕີວິບປິ້ງຄີມຕ້ອງຕີຕອນມັນເຢັນຈຶ່ງຂຶ້ນຟູ ໃຊ້ຕະກໍ້ມືຕີກະໄດ້ ແບ່ງຕີເທື່ອລະ 250 ml ຫຼື ເທື່ອລະເຄິ່ງຈະຂຶ້ນຟູໄວກວ່າ ໃຊ້ເວລາຕີປະມານ 3-5 ນາທີກໍຂຶ້ນຟູແລ້ວ
⁃ ບີບນົມຂຸ້ນຫວານ Teapot ລົດຊາຂຽວໃສ່ແລ້ວຄົນໃຫ້ເຂົ້າກັນ
⁃ ໃສ່ຜົງຊາຂຽວຄົນຈົນເປັນເນື້ອດຽວ (ຮອດຂັ້ນຕອນນີ້ສາມາດຊິມລົດຊາດຕາມມັກ ກ່ອນເທໃສ່ກັບເຂົ້າຕູ້ເຢັນໄດ້)
⁃ ແລ້ວເທໃສ່ກັບປິດຝາເຂົ້າຕູ້ເຢັນຊ່ອງຟີດແຊ່ແຂງປະມານ 6-10 ຊົ່ວໂມງ ເມື່ອຄົບກຳນົດກໍສາມາດນຳເສີບໄດ້ເລີຍ
🍨ກະແລ້ມສາລີ ຄາລາເມວ🌽 (ແບບໃຊ້ເຄື່ອງປັ່ນ ແຕ່ບໍ່ໃຊ້ວິບປິ້ງຄີມ)
ສ່ວນປະສົມ:
⁃ ສາລີຕົ້ມສຸກ 3 ມານ
⁃ ນົມສົດ 500 ml (2 ຈອກ)
⁃ ແປ້ງສິງກະໂປ 2 ບ່ວງ
⁃ ນົມຂຸ້ນຫວານ Teapot ລົດຄາລາເມວ ເຄິ່ງຫຼອດ
👩🏻🍳 ວິທີເຮັດ:
⁃ ຕີແປ້ງສິງກະໂປໃສ່ນົມສົດໃຫ້ລະລາຍ ແລ້ວນໍາໄປປັ່ນພ້ອມສາລີ
⁃ ນຳໄປຂ້ຽວໄຟອ່ອນໆໃຫ້ແປ້ງສຸກ ສັງເກດເນື້ອມັນຈະໜຽວຂຶ້ນ
⁃ ປະໃຫ້ເຢັນແລ້ວບີບນົມຂຸ້ນຫວານ Teapot ລົດຄາລາເມວໃສ່ ຄົນໃຫ້ເຂົ້າກັນ (ຮອດຂັ້ນຕອນນີ້ສາມາດຊິມລົດຊາດຕາມມັກ ຖ້າຫວານບໍ່ພໍສາມາດຕື່ມນົມຂຸ້ນຫວານໄດ້ ເພາະສາລີແຕ່ລະມານອາດຫວານບໍ່ສໍ່າກັນ)
⁃ ເທໃສ່ກັບປິດຝາເຂົ້າຕູ້ເຢັນຊ່ອງຟີດແຊ່ແຂງປະມານ 4 ຊົ່ວໂມງ ນຳອອກມາປັ່ນອີກຮອບ ແລະ ແຊ່ຕໍ່ອີກ 6 ຊົ່ວໂມງ ເມື່ອຄົບກຳນົດກໍສາມາດນຳເສີບໄດ້ເລີຍ
#jipnoiicooking #jipnoii #teapot #icecream

