ໂກດັງ Go-Dunk Cafe (ເສັ້ນສາຍລົມ)
✨✨ ຫຼາຍອາລົມທີ່ ໂກດັງ Go-Dunk Cafe ✨✨ ຫຼາຍໆຄົນອາດຈະຄິດວ່າຮ້ານໂກດັງເປີດແຕ່ຕອນແລງເທົ່ານັ້ນແຕ່ບໍ່ແມ່ນເດີ້ຈ໋າາ
ຮ້ານໂກດັງເປີດຕອນເຊົ້ານຳ ຊ່ວງພາກເຊົ້າຈະເປັນ ຮ້ານ cafe ມີອາຫານພ້ອມ ເໝາະແກ່ການນັ່ງຊິວ ສະບາຍໆ ☺️ ມັກການຕົບແຕ່ງຮ້ານຈະອອກແນວ retro ກາເຟແຊບ ມັກ Late ເປັນພິເສດເລີຍ, ສ່ວນອາຫານຈະມີອາຫານເບົາໆໄປຫາໜັກເຊັ່ນ: ເຂົ້າຈີ່, ຢໍ່ຈືນ (ແນະນຳເລີຍແຊບ), ສຸກີ້ປານຳ້ຂອງ, ທີ່ເດັດຢູ່ທີ່ເລັ້ງ ແຊບບບບ ເຜັດຈີ໊ດຈ໊າດແຮງ ທາງຮ້ານມີໂຕະພູ ແລະ ຕູ້ເກມໄວ້ໃຫ້ຫຼີ້ນຫວນຄືນອາດີດນຳ
📍ໂກດັງ Go-Dunk Cafe (ເສັ້ນສາຍລົມ ຂີ່ຊື່ໄປຕະຫລາດວັງທອງ 450 ປີ ຮ້ານຢູ່ຟາກຂວາມື ກົງກັນຂ້າມກັນສູນໂບລິ້ງລາວ)
ຮ້ານເປີດ: ທຸກມື້
ເວລາ: 10 am – 5 pm
☎ 020 2922 2992
ສະແດງຄຳຄິດເຫັນ:

