ໝີ່ກ້ຽວຕັ່ງປິ້ງເຈົ້າເກົ່າ
🍜 ຮ້ານໝີ່ໂຄດແຊບ ໝີ່ກ້ຽວຕັ່ງປິ້ງເຈົ້າເກົ່າ ແຊບແບບເຂັ້ນຂຸ້ນມາໃນນໍ້າຊຸບ
ແຊບແບບບໍ່ຕ້ອງປຸງຫຍັງເພີ່ມ ໃສ່ແຕ່ໝາກເຜັດກະແຊບ ຮູ້ໂຕອີກເທື່ອ ຊົດຈົນໝົດຖ້ວຍ ແນະນຳເລີຍ ໃຜທີ່ມັກກິນໝີ່ ບໍ່ວ່າຈະເປັນ
– ໝີ່ກ້ຽວໝູກອບ ໝູແດງ
– ໝີ່ກ້ຽວຂາໝູ
– ໝີ່ກ້ຽວໝູສັບເດັ້ງ
– ເຂົ້າປຽກເສັ້ນ – ເຝີ ແລະ ຮ້ານຍັງມີເມນູເຂົ້າອີກຫຼາຍເມນູ
– ເຂົ້າຂາໝູ ເຂົ້າໝູແດງ+ໝູກອບ ເປັດພະໂລ້
ໄລ່ມາມີແຕ່ຈານເດັດໆ ແຕ່ຍັງບໍ່ໝົດ ເອົາເປັນວ່າ ເບິ່ງເມນູເພີ່ມເຕີມຮູບສຸດທ້າຍ ແລະ ໃຜທີ່ກາຍໄປແຖວສີສະຫວາດ ບໍ່ຄວນພາດຢ່າງແຮງ ແຊບແຮງ
📍ຮ້ານ ໝີ່ກ້ຽວຕັ່ງປິ້ງເຈົ້າເກົ່າ
ແຖວ: ສີສະຫວາດ ຖ້າມາແຕ່ທາງໄຟແດງສີບູນເຮືອງ ກາຍໄຟແດງເລກ9 ມາໜ້ອຍໜື່ງ ຮ້ານຢູ່ຟາກຊ້າຍມື ຂ້າງຮ້ານຂາຍວາຍຊາໂຕດຸຍ 3
ຮ້ານເປີດ: ອາທິດ-ສຸກ (ປິດວັນເສົາ)
ເວລາ: 7 am -9 pm
ເບີໂທ: 020 5563 2324 / 020 5562 8994 / 020 5532 4559

