ຄົວຈິບນ້ອຍ

ໝູກ້ອນທອດງ່າຍໆ ສູດຈິບນ້ອຍ

ເຢັນມີແຕ່ໝູສັບເຮັດຫຍັງກິນດີ 🤔
ແອດເລີຍຈັດເມນູ ໝູກ້ອນທອດ ກິນກັບເຂົ້າຈ້າວ ເຂົ້າໜຽວໄດ້ໝົດ ເພີ້ມເຕີບືຫາແຈ່ວມາກິນນຳ 😋

👩🏻‍🍳ວີທີເຮັດ
ຕຳຮາກຫອມປ້ອມ, ຫົວຜັກທຽມ, ພິກໄທ ຕຳໃຫ້ແຫຼກແລ້ວໄປເອື້ອມໃສ່ໝູສັບ ໃສ່ຄະນໍ, ນຳ້ຕານຫຍິບໜື່ງ, ນຳ້ມັນຫອຍ ແລະ ພິກໄທຕືມຖ້າໃຜມັກພິກໄທ ເອື້ອມໃຫ້ເຂົ້າກັນ ແລະ ເອົາແປ້ງທອດໃສ່ ຄົນໃຫ້ເຂົ້າກັນແລ້ວປັ້ນເປັນກ້ອນ ຢ່າປັ້ນໜາຫຼາຍເດີ້ ໝູທາງໃນຈະບໍ່ສຸກ ລົງໄປທອດໃນນຳ້ມັນໃສ່ເຫຼືອງກອບ 😋

ປລ. ໃຜມັກໃຫ້ຫອມໆ ຊອຍໃບຂີ້ຫູດໃສ່ນຳເດີ້ຫອມ

ສະແດງຄຳຄິດເຫັນ: