ຄົວຈິບນ້ອຍ

ໝູຜັດກິມຈິ ສູດຈິບນ້ອຍ

ແລງນີ້ຂໍກິນ Oppa 🤣
ໝູຜັດກິມຈິ ເມນູໂປດອີກເມນູໜື່ງຂອງຕີ່ງເກົາຫຼີ
ກິນນຳເຂົ້າຮ້ອນໆກະແຊບ ຫຼື ຈະກິນພັນໃສ່ສະຫຼັດ ໝາກເຜັດໃຫ່ຍ ກະທຽມ ກະແຊບຄືກັນ

👩🏻‍🍳 ຕັ້ງໝໍ້ໃຫ້ຮ້ອນ ນຳ້ມັນໃສ່ໜ່ອຍໜື່ງ ກະທຽມລົງພໍເຫຼືອງໆ ເອົາຊີ້ນໝູ ຫຼື ງົວແລ້ວແຕ່ມັກ, ເອົາ ນຳ້ມັນຫອຍ, ນຳ້ຕານ, ສະອິ້ວ, ແປ້ງນົວ, ພິກໄທ ທີ່ສຳຄັນແມ່ນໝາກເຜັດເກົາຫຼີ, ຂົ້ວໃຫ້ຊີ້ນສຸກແລ້ວເອົາຫົວຜັກບົ່ວໃຫ່ຍ, ໝາກເຜັດ, ກິມຈິລົງຕາມມັກ ແລ້ວຊິມເລີຍ

📍ລອງເຮັດເບີ່ງເດີ້ ສູດ ຈິບນ້ອຍ