ຮ້ານອາຫານ,  ເຄັກ ຂອງຫວານ

ຂາວພອນເຂົ້າໜົມແຊບ

ແອດຈະມາແນະນຳຮ້ານ ປາຕີໂຊແຊບໆ ມີຫຼາຍໄສ້ໃຫ້ເລືອກ ແປ້ງກໍ່ມີແບບທຳມະດາ ແລະ ແປ້ງຊາໂຄ ກອບນຸ້ມເຕັມໆຄຳ 😋
ທາງຮ້ານເພີ່ນຍັງເຂົ້າໜົມເບື້ອງແຊບນຳ ມີແປ້ງທຳມະດາ ແລະ ແປ້ງຊາໂຄຄືກັນ ມັກທີ່ທາງຮ້ານເຮັດເຂົ້າໜົມເບື້ອງ DIY ມີໄສ້, ແຜ່ນ, ຄຣີມ ເປັນກ່ອງເອົາໃຫ້ເຮົາໄປເຮັດເອງເລີຍຄັກ

ປາເຕໂຊມີໄສ້: ກ້ວຍ, ໝູ, ໄກ່, ເຜືອກ, ຖົ່ວເຫຼືອງ ແລະ ໝາກອຶ
✨ ລາຄາກ້ອນລະ 2.000ກີບ ສາມາດເລືອກໄສ້ ເລືອກແປ້ງ
✨ ເຂົ້າໜົມເບື້ອງ 6ອັນ 5.000ກີບ
✨ ແບບກ່ອງມີລາຄາ 20.000ກີບ – 40.000ກີບ

📍ຂາວພອນເຂົ້າໜົມແຊບ

ເປີດ ຈັນ – ອາທິດ

ເວລາ 8:00ເຊົ້າ – 9:00ແລງ

ຮ້ານຢູ່ໜ້າ D-mark ດົງປາລານ

📱020 77989989, 020 77646464

ສະແດງຄຳຄິດເຫັນ: