ອາຫານຍີປຸ່ນ,  ອາຫານຕ່າງປະເທດ,  ຮ້ານຍອດນິຍົມ,  ຮ້ານອາຫານ

ຊູຊິ 2.000

ວ່າດ້ວຍເລື່ອງ ຊູຊິ ຄຳລະ 2.000 ກີບ 🍣

ມື້ວານ ມີໂອກາດຂັບລົດກາຍທາງບ້ານຫ້ອມ ປະມານ 4 ໂມງແລງ

ເຮົາກໍທ້ວງຫລິ້ນໆວ່າ ທາງດີແລ້ວ ມີຄົນມາເປີດຮ້ານຂາຍຊູຊິໃໝ່ນຳ… ທັນໃດນັ້ນ ຄົນທີ່ນັ່ງຂ້າງໆກໍເຮັດທ່າຕື່ນເຕັ້ນກວ່າ ປານບໍ່ເຄີຍເຫັນຊູຊິ ຂ້ອຍກໍເລີຍຖາມວ່າ ເປັນຫຍັງ ຫິວບໍ່ ຈອດຊື້ບໍ່ ອຸດໜຸນເພິ່ນເລີຍ ແຕ່ພໍຂ້ອຍໄດ້ຍິນ Story ທີ່ມາຂອງຮ້ານນີ້ຈາກຄົນທາງຂ້າງວ່າ:

ຕອນທີ່ລາວເດັກນ້ອຍ ບໍ່ເຄີຍໄດ້ສຳຜັດກັບຄຳວ່າຊູຊິ

ຊູຊິເປັນອີ່ຫຍັງທີ່ໄກໂຕ ແລະ ແພງຫຼາຍ

ແຕ່ມີເຈົ້າໜຶ່ງມາເປີດຂາຍ ແຖວບ້ານ ນະຕອນນັ້ນມັນເປັນຄວາມຮູ້ສຶກທີ່ຕື່ນເຕັ້ນຫລາຍ ມັນມີຫລາກຫລາຍໜ້າໃຫ້ເລືອກ ຄວາມວ່າເປັນເດັກນ້ອຍ ໄດ້ເຫັນແບບນັ້ນກໍດີໃຈແລ້ວວວ….ແຕ່ຢູ່ມາມື້ໜຶ່ງຮ້ານນັ້ນກໍຫາຍໄປ

ຈົນມື້ນີ້ລາວມາເປີດອີກຄັ້ງ ເພິ່ນວ່າດີໃຈແທ້ດີໃຈວ່າ

ເຖິງຕອນນີ້ຈະໃຫຍ່ແລ້ວ ແຕ່ກໍຍັງຄຶດຮອດຄວາມຮູ້ສຶກນັ້ນ

ພໍໄດ້ຍິນແບບນັ້ນ ຂ້ອຍກໍພໍຈະເຂົ້າໃຈຄວາມຮູ້ສຶກ

ຫຼາຍເທື່ອທີ່ອາຫານ ເປັນຫຼາຍກວ່າແນວກິນ ແຕ່ອາຫານບາງຈານ ແຝງໄປດ້ວຍຄວາມໃສ່ໃຈ ແລະ ຄວາມຊົງຈຳໄວ້ໃນນັ້ນ

ອາຫານເລົ່າຫຍັງໄດ້ຫຼາຍກວ່າທີ່ເຮົາຄິດ 😊

📍ຮ້ານ ຊູຊິ ບ້ານຫ້ອມ ຄຳລະ 2.000 ກີບ ເປີດແຕ່ເສົາ&ອາທິດ

(ແອດລອງຊິມແລ້ວ ແຊບບບ ເຄື່ອງລົດໃໝ່ ເຂົ້າຫຸງແຊບ ສະອາດ)

ສະແດງຄຳຄິດເຫັນ: