ຍຳ,  ຮ້ານອາຫານ

ຍຳມະຫາໄລ

ງານນີ້ຖືກໃຈສາຍຍຳກັບ ເມນູຍຳມະຫາໄລ ເຄື່ອງຈັດໜັກຈັດເຕັມມາຈົນລົ້ນຈານ ເຄື່ອງທະເລສົດໆ ນຳ້ຍຳແຊບໆ 🌶🌶ມີໝູສາມຊັ້ນແຈ່ວກະປິນຳ ແຈ່ວກະປິເພີ່ນແຊບແຮງເດີ້ຕ້ອງລອງ, ຍັງມີ ຍຳໄຂ່ລູກນົກກະທາ ກັບຄໍໝູທອດທີ່ຈັດວ່າເດັດເລີຍ

ແອດມັກຮ້ານເພີ່ນທີ່ອາຫານທະເລສົດແຮງ ໂດຍສະເພາະປູ ເພາະສ່ວນໂຕມັກກິນປູສຸດໆ ຕອນດູດເນື້ອປູເຂົ້າໄປມີເນື້ອປູແບບເຕັມໆ ຄືຟິນແຮງ

📍ຮ້ານ ຍຳມະຫາໄລ
⏱ ຮ້ານເປີດທຸກມື້ ເວລາ 11:00ໂມງ – 9:00ໂມງແລງ
📱020 7754 7754, 020 5590 0006

ສາມາດນັ່ງກິນໃນຮ້ານ ແລະ ຊື້ກັບບ້ານໄດ້ ນອກຈາກໂທສັ່ງນຳຮ້ານແລ້ວຍັງມີບໍລິການໃນ app ນຳ foodpanda, goteddy, easy speed

#jipnoii #ຍຳ #ຍຳມະຫາໄລ

ສະແດງຄຳຄິດເຫັນ: