ຄົວຈິບນ້ອຍ

ຕົ້ມແຊບປີກໄກ່ນໍ້າໃສ

👩🏻‍🍳ຕົ້ມແຊບປີກໄກ່ນໍ້າໃສ 🌶

Step 1: ຕັ້ງຫມໍ້ ໃສ່ນໍ້າຖ້ວມປີກໄກ່ ໃສ່ເກືອໜ່ອຍໜຶ່ງ
>>>>> ໃສ່ຂ່າ ຫົວສິງໄຄ ຫອມບົ່ວແຫ້ງ ໝາກຂາມປຽກ ຊຸບໄກ່ກ້ອນ
>>>>> ຕົ້ມ 30 ນາທີ
Step 2: ປຸງ ນໍ້າປາ ໝາກນາວ ໝາກເຜັດດິບທຸບ
Step 3: ຊິມ. ໂຮຍຫອມເປ. ເສີບ.

👨‍🍳ເຄັດລັບ: ຕັກຟອດອອກຕອນຕົ້ມ ຈະເຮັດໃຫ້ນໍ້າໃສຫນ້າກິນ
>>>>>> ປິດເຕົາພັກຫມໍ້ແປັບໜຶ່ງຈຶ່ງບີບໝາກນາວໃສ່
>>>>>> (ຖ້າໃສ່ຕອນຮ້ອນຈັດຈະເຮັດໃຫ້ຂົມ ບໍ່ແຊບ)
>>>>>> ປີກໄກ່ຕົ້ມ 30 ນາທີເປື່ອຍ, ຕີນໄກ່ຕົ້ມ 1 ຊົ່ວໂມງ ກັບ 15 ນາທີເປື່ອຍ.

📍ລອງເຮັດກິນເບິ່ງ

 

ສະແດງຄຳຄິດເຫັນ: