ຄົວຈິບນ້ອຍ

ສູດ, ວິທີເຮັດ ນຳ້ເຕົາຮູ້ ງ່າຍໆສະໄຕຣ໌ຄົວຈິບນ້ອຍ

ມີໃຜມັກກິນນຳ້ເຕົາຮູ້ບໍ່ ເປັນເມນູທີ່ແອດມັກກິນອີກເມນູໜື່ງ
ຊ່ວງນີ້ບໍ່ສະດວກອອກໄປຊື້ ເລີຍລົງມືຈັດການເອງເລີຍ
ໃຜຢາກລອງເຮັດສາມາດອ່ານຕາມສູດໄດ້ເລີຍເດີ້ ສູດງ່າຍໆສະໄຕຣຄົວຈິບນ້ອຍ 🥛

ນໍ້າເຕົາຮູ້ (ສູດເຂັ້ມຂຸ້ນເຮັດກິນເອງ)
ສ່ວນປະສົມນໍ້າເຕົາຮູ້
⁃ ຖົ່ວເຫຼືອງ 1 ກິໂລ
⁃ ນໍ້າ 5 ລິດ (ທຳມະດາໃຊ້ 8 ລິດ)
⁃ ໃບເຕີຍ 4 ໃບ

ສ່ວນປະສົມນໍ້າເຊື່ອມ
⁃ ນໍ້າຕານ 1 ກິໂລ
⁃ ນໍ້າ 1 ລິດ
⁃ ເກືອ 1 ບ່ວງຊາ
⁃ ໃບເຕີຍ 2 ໃບ

ວີທີເຮັດນໍ້າເຕົາຮູ້
⁃ ມ່າຖົ່ວເຫຼືອງ 3 ຊົ່ວໂມງ
⁃ ເມື່ອເມັດຖົ່ວຕຶ່ງເຕັມທີ່ໃຫ້ລ້າງດ້ວຍນໍ້າສະອາດ 7-8 ຮອບ ລ້າງເອົາເປືອກອອກໃຫ້ໝົດ ເພື່ອບໍ່ໃຫ້ນໍ້າເຮົາຮູ້ເໝັນຂຽວ
⁃ ນຳຖົ່ວເຫຼືອງມາປັ່ນໃຫ້ລະອຽດ ກອງດ້ວຍຜ້າຂາວບາງ
⁃ ບີບເອົານໍ້າຖົ່ວເຫຼືອງໃຫ້ໝົດ ສ່ວນກາກແຍກໃສ່ພາຊະນະໄວ້ ສາມາດນຳມາປັ່ນຊໍ້າໄດ້ອີກ 1 ຮອບ
⁃ ເມື່ອປັ່ນແລ້ວ ນຳມາກອງອີກເທື່ອ ເທນໍ້າເຕົາຮູ້ໃສ່ໝໍ້ ເອົາໃບເຕີຍລົງ ກຽມຕົ້ມ (ມາຮອດຂັ້ນຕອນນີ້ ຖ້ານໍ້າ 4 ລິດ ທີ່ກຽມໄວ້ຍັງໃຊ້ປັ່ນບໍ່ໝົດ ສາມາດຖອກສ່ວນທີ່ເຫຼືອໃສ່ໝໍ້ໄດ້ເລີຍ)
⁃ ໃຊ້ເວລາຕົ້ມປະມານ 1 ຊົ່ວໂມງເຄິງ
⁃ ປະໄວ້ພັກໄວ້ໃຫ້ອຸ່ນ ຕັກເສີບໄດ້

ວິທີຕົ້ມນໍ້າເຊື່ອມ
⁃ ຕັ້ງໝໍ້ໃສ່ນໍ້າ ໃສ່ໃບເຕີຍ ຕົ້ມໃຫ້ຟົດ
⁃ ເທນໍ້າຕານລົງ
⁃ ໃສ່ເກືອໜ້ອຍໜຶ່ງ
⁃ ຕົ້ມປະມານ 15 ນາທີ (ຖ້າຢາກໄດ້ນໍ້າຕານແບບເຂັ້ມຂຸ້ນແມ່ນໃຫ້ຕົ້ມຕໍ່ໃຫ້ອາຍນໍ້າລະເຫີຍອອກປະມານ 20-30 ນາທີ)

ເຄັດລັບ:
⁃ ການຕົ້ມແມ່ນໃຫ້ໃຊ້ສອງໝໍ້ຊ້ອນກັນ ໝໍ້ໃຫຍ່ໃສ່ນໍ້າລ້າ ແລ້ວວາງໝໍ້ໃສນໍ້າເຕົາຮູ້ຊ້ອນໃສ່ອີກເທື່ອ ວິທີນີ້ຈະຊ່ວຍໃຫ້ໝໍ້ນໍ້າເຕົາຮູ້ບໍ່ກະທົບໄຟໂດຍກົງ ອາດໃຊ້ເວລາຕົ້ມດົນແດ່ ປະມານ 1 ຊົ່ວໂມງເຄິ່ງ ແຕ່ເຮົາບໍ່ຈຳເປັນຕ້ອງຄົນໝໍ້ດຸ ສາມາດປະໄວ້ໂດຍນໍ້າເຕົາຮູ້ບໍ່ໄໝ້ກົ້ນໝໍ້
⁃ ຖ້າຢາກປະຢັດເວລາຕົ້ມ ສາມາດຄ້າງໝໍ້ເຕົາຮູ້ເທິງໄຟໄດ້ເລີຍ ແຕ່ໃຫ້ໃຊ້ໄຟກາງ ແລະ ໝັ່ນຄົນຕະຫຼອດ ຖ້າບໍ່ຄົນຈະເຮັດໃຫ້ເຕົາຮູ້ໄໝ້ກົ້ນໝໍ້ ວິທີນີ້ໃຊ້ເວລາຕົ້ມພຽງ 40 ນາທີ – 1 ຊົ່ວໂມງ
⁃ ເຕົາຮູ້ເຮັດກິນ ສາມາດໃສ່ນໍ້າໜ້ອຍຕາມຄວາມຕ້ອງການ ເພື່ອຄວາມເຂັ້ມຂຸ້ນ ແຕ່ຖ້າເຮັດຂາຍ ຖົ່ວເຫຼືອງ 1 ກິໂລ ໃຫ້ໃຊ້ນໍ້າບໍ່ເກີນ 8 ລິດ
⁃ ຖ້າຢາກໃຫ້ເຕົາຮູ້ມີລົດຊາດມັນຕິດລິ້ນ ແນະນຳໃຫ້ໃສ່ຖົ່ວດິນຂົ້ວ ປັ່ນໃສ່ພ້ອມຕອນປັ່ນຖົ່ວເຫຼືອງ ອັດຕາສ່ວນ ຖົ່ວເຫຼືອງ 1 ກິໂລ : ຖົ່ວດິນ 650 ກຣາມ

#jipnoiicooking #ຄົວຈິບນ້ອຍ #ນຳ້ເຕົາຮູ້

ສະແດງຄຳຄິດເຫັນ: