ອາຫານຕ່າງປະເທດ,  ອາຫານຫວຽດ,  ຮ້ານອາຫານ

ບັນແຊ່ວແມ່ທອງ

ບັນແຊ່ວແມ່ທອງ ແຜ່ນ 5.000 ກີບ ແຊບບບ 😋
ຊ່ວງນີ້ງົດງານສັງຄົມ ຢູ່ໄຮ່ຢູ່ນາ ແວ່ຊື້ບັນແຊ່ວແຖວບ້ານ ໂຄດແຊບ
ຖາມວ່າເປັນຫຍັງຄືຂາຍຖືກແທ້ ເພິ່ນວ່າບ້ານເຮົາສິເອົາຫຍັງແພງຍາມວິກິດ
ຕາງແບ່ງກັນ ມີເງິນສໍ່າໃດສໍ່າໜຶ່ງກະໄດ້ກິນແນວແຊບ ຢາກຫຍັງກະເຮັດກິນ ເຮັດຫຼາຍກະຂາຍ

ແລ້ວມື້ນີ້ຂາຍໄດ້ຈັກແຜ່ນແລ້ວ ເພິ່ນວ່າຕີແປ້ງ 3 ຮອບແລ້ວ 😄 ບໍ່ທຳມະດາ
ຊ່ວງເຝົ້າລະວັງແບບນີ້ ຖ້າໃຜບໍ່ທັນເຮັດກິນ ກໍຊື້ກິນແຖວບ້ານເດີ້
ສະອາດ ປອດໄພ ແອດກະເລີ່ມມັກຫຍັງຫຼາຍໆອັນແຖວບ້ານໂຕເອງ

📍ຮ້ານ ບັນແຊ່ວແມ່ທອງ ບ້ານຫ້ອມ (ເຈົ້າຂອງດຽວກັບໝ້ຽງແມ່ທອງ)

ສະແດງຄຳຄິດເຫັນ: