ກາເຟ ນ້ຳຫວານ Café,  ອາຫານຕ່າງປະເທດ,  ຮ້ານອາຫານ

ບາກັ້ນ Bacan Cafe

💬 ເຄີຍກິນອາຫານ ອາເມລິກາລາຕິ້ນບໍ່ ?
🌮🌯🥗🥪🥙🥟🧀🥑🍔

ຂໍເລົ່າເລີຍວ່າແຊບ ລົດສຳຜັດດີເລີດ 👍🏻
ຖ້າຍັງບໍ່ຮູ້ສິສັ່ງຫຍັງ ແນະນຳລອງເມນູນີ້ເລີຍ

Tacos 🌮 ອາຫານພື້ນເມືອງແມັກຊີໂກ
ກິນງ່າຍສະບາຍທ້ອງ ແຜ່ນຮອງເຮັດຈາກແປ້ງ Tacos ໃສ້ມີຫລາຍແບບ ທັງງົວ ໝູ ໄກ່ ຫລື ຜັກ ແລ້ວແຕ່ຜູ້ສ້າງສັນ ເຊິ່ງຊີ້ນຈະໝັກດ້ວຍເຄື່ອງເທດແບບພື້ນເມືອງ ກິນຄູ່ກັບຜັກ ແລະ Avocado 🥑 (ສາຍ Avocado ບໍ່ຄວນພາດເມນູນີ້)

Empanadas 🥟 ຫນ້າຕາອາດຄ້າຍປາຕິໂຊ້ ແຕ່ລົດຊາດຕ່າງກັນຢູ່ທີ່ແປ້ງ ແປ້ງຈະໃຫ້ລົດສຳຜັດທີ່ແຊບກວ່າ ສ່ວນໃສ້ເລືອກໄດ້ຫລາຍແບບ ໝູ ໄກ່ ງົວ ຕາມມັກ ມີໃສ້ແຮມຊີດນຳ 🧀

ຖ້າຍັງບໍ່ຮູ້ສິກິນຫຍັງ ແນະນຳສະລັດໂຣ 🥗 ຈຸດເດັ່ນຢູ່ທີ່ຊ໊ອດສະລັດຢ່າງແຊບ ປຸງສະເພາະສະໄຕຣຮ້ານ ກິນງ່າຍ ສະໄຕຣໃດກະກິນໄດ້

ປິດທ້າຍດ້ວຍຂອງຫວານ Banoffee & Caramel Macchiato ຮັບຮອງວ່າຟິນ ເປັນຄວາມສຸກງ່າຍໆ ທີ່ເຮົາສ້າງເອງໄດ້

📍ຮ້ານ ບາກັ້ນ Bacan Cafe (ແຖວສີຫອມ ກົງກັນຂ້າມກັບ Galaxy ເກົ່າ)
Bacán Café: Chilean, Latin American & Local food.
🕰 ຮ້ານເປີດ: ຈັນ-ສຸກ: 7:00 am – 16:00 pm
ເສົາ: 8:00am – 17:00pm
(ພັກວັນອາທິດ)
📍 Google Maps: https://goo.gl/maps/8hmQ2T8Ccnp
📞🛵 Phone & Delivery ມີບໍລິການສົ່ງໂທ 0304421360

ສະແດງຄຳຄິດເຫັນ: