ຮ້ານນັ່ງຕຼບ,  ຮ້ານອາຫານ

ສວນອາຫານປາຍນາ

ມື້ນີ້ປ່ຽນບັນຍາກາດມາກິນເຂົ້າແຄມນາ ເປັນສວນອາຫານທີ່ບໍ່ໄກຈາກຕົວເມືອງຫຼາຍ ບັນຍາກາດແຄມນາ ລົມພັດເຢັນໆ ກິນອາຫານແຊບໆ ຄູ່ກັບ ເບຍລາວເຢັນໆ ໄດ້ບັນຍາກາດສຸດ

ມາກິນເຂົ້າຢູ່ແຄມນາເລີຍຈັດເມນູ ຜັດເຜັດກົບ, ທອດຈີ່ນາຍ, ແກງໜໍ່ໄມ້, ຈີ່ໜັງ ຂາດບໍ່ໄດ້ແມ່ນຕຳໝາກຮຸ່ງ ໄປຮ້ານໃດຕ້ອງໄດ້ສັ່ງ ອີກອັນໜື່ງຕ້ອງໄດ້ສັ່ງແມ່ນ ເບຍແນ່ 2ແກ້ວ 😆

🍃🌾 ສວນອາຫານປາຍນາ ສະຖານທີ່ງາມ ສະອາດ ກ້ວາງຂວາງ ມີມຸມຖ່າຍຮູບງາມໆຫຼາຍມຸມ ທີ່ສຳຄັນ ບັນຍາກາດໂລ່ງບໍ່ແອອັດ

📍 ສວນອາຫານປາຍນາPai na Garden Restaurant
📱020 5666 6517
ສະຖານທີ່ຕັ້ງຢູ່ ຫຼັກ21 ບ້ານ ທ່ານາກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ຮ່ອມເຂົ້າຂ້າງວິທະຍາຄານເຕັກນິກການທະຫານ ຕໍ່ໜ້າຮ້ານຂາຍເຄື່ອງກໍ່ສ້າງແກ້ວມີໄຊ

Beerlao #Beerlao #BeLao #ອາຫານລາວ

____
ດື່ມເບຍລາວດ້ວຍຄວາມຮັບຜິດຊອບ ກະລຸນາສົ່ງຕໍ່ໃຫ້ສະເພາະຜູທີ່ມີອາຍຸ 18ປີ ຂື້ນໄປ

ສະແດງຄຳຄິດເຫັນ: