ຄົວຈິບນ້ອຍ

ສູດກ້ອຍປາແຊວມ້ອນ ເມນູເຮັດກິນເອງໄດ້ ຫຼື ກັບແກ້ມກໍດີ

ກ້ອຍປາແຊວມ້ອນ ເມນູງ່າຍໆທີ່ໃຜກໍ່ເຮັດກິນເອງໄດ້
ສ່ວນປະກອບ:
– ປາແຊວມອນ
– ຫອມບົວແດງ
– ເຂົ້າຂົ້ວ
– ຫອມເປ, ຫອມລາບ
– ຫມາກເຜັດຜົງ
– ນຳ້ປາ
– ປາແດກ
– ແປ້ງນົວ
– ຫມາກນາວ
( ໃຜມັກຫົວສີໄຄສາມາດໃສ່ເພີ້ມໄດ້ເດີ້)ເອົາຫອມບົວແດງລົງໃສ່ປາແຊວມ້ອນຕາມດ້ວຍ
– ປາແດກ 1ບ່ວງແກງ
– ນຳ້ປາ 1/2 ບ່ວງແກງ
– ແປ້ງນົວ 1/4 ບ່ວງແກງ
– ໝາກນາວ 2​-3ປ່ຽງຄວາມສົ້ມແລ້ວແຕ່ຄວາມມັກເລີຍ
– ໝາກເຜັດຜົງ
– ເຂົ້າຂົ້ວ ເອົາຫອມເປ ຫຼື ໃຜມັກຫອມລາບສາມາດໃສ່ລົງໄປຕື່ມໄດ້ແລ້ວຄົນໃຫ້ເຂົ້າກັນ ຊິມຕາມຄວາມມັກເລີຍ
ພ້ອມເສີບ ກັບແກ້ມ ຫຼື ກິນຫຼິນກະໄດ້

ສະແດງຄຳຄິດເຫັນ: