ຕຳ,  ອາຫານຈານດ່ວນ,  ຮ້ານອາຫານ

ເຂົ້າປີ້ງ ສີໄຄ

ເຂົ້າປີ້ງສີໄຄ ມາເທື່ອໃດຫລົງຮ່ອມທຸກເທື່ອ
ລະກະບໍ່ທັນຂະຫນົມຄົກຈັກເທື່ອ 555

ມື້ນີ້ສິມາບອກໄປຈັ່ງໃດໃຫ້ຮອດ ແລະ ໄດ້ກິນຂະໜົມຄົກ 🤣

🗺 ທາງໄປ: ຂີ່ໄປທາງສີໄຄ ກາຍເດີ່ນບິນ ຂີ່ຊ້າໆ ແນມຊ້າຍມື ເຫັນບ່ອນເທີນລົດໜ້າໂຮງຮຽນ ມ.ຕົ້ນສີໄຄ ແລ້ວໂຄ້ງກັບ ນັບມາ 2 ຮ່ອມ ແລ້ວລ້ຽວເຂົ້າຮ່ອມທີ2 ຂວາມື ມຸ່ງໜ້າໄປທາງຄູແຄມຂອງ ຂຶ້ນຄູໄປລ້ຽວຊ້າຍ ຂີ່ໄປໜ້ອຍໜຶ່ງ ຈະເຫັນຫ້ອງການບ້ານ ຮ້ານຈະຢູ່ຫລັງຫ້ອງການບ້ານເລີຍ


ເຮັດຈັ່ງໃດຈັ່ງທັນຂະຫນົມຄົກ 📌
ໂທສັ່ງກ່ອນ !! ຂໍຍໍ້າ ໃຫ້ໂທສັ່ງກ່ອນ
ເບີ: 020 59555177

📍ເຂົ້າປີ້ງ ສີໄຄ

ຮ້ານເປີດ: ທຸກມື້ (ຖ້າບໍ່ແນ່ໃຈໂທຖາມກ່ອນ)
ເວລາ: ປະມານ 10 am – 2 pm

ສະແດງຄຳຄິດເຫັນ: