10 ຮ້ານຍຳ ທີ່ສາຍຍຳຕ້ອງໄປຈັດ
ຂໍສຽງສາຍຍຳແດ່ ໃຜທີ່ມັກກິນຍຳເປັນຊີວິດຈິດໃຈ ບໍ່ຄວນພາດຄອນເທັ້ນນີ້….
ປັດຈຸບັນມີຮ້ານຍຳຫຼາຍຮ້ານທັງຮ້ານເກົ່າ ແລະ ຮ້ານທີ່ຫາກໍເປີດໃໝ່ ບາງຄົນຢາກໄປຊິມຮ້ານໃໝ່ແດ່ແຕ່ບໍ່ຮູ້ຮ້ານ ( ແອດກໍເປັນຄືກັນ 🙂 )
ມື້ນີ້ແອດເລີຍໄປເລາະຊິມເລາະກິນເພື່ອແຟນເພຈທຸກຄົນໄດ້ກິນຮ້ານຍຳທີ່ແຊບ ( ແຊບແທ້ແອດມິນjipnoiiພາເລາະຄອນເຟີມ )
ສາຍຍຳບໍ່ຄວນພາດທັງປວງ ຈັດເລີຍ!
1. ໂຈ່ໂຈ້ພາແຊບ Stop N Eat
ເປັນຮ້ານຍຳທີ່ຖືວ່າເດັດ ວ່າແຊບເລີຍແຫຼະ ເຄື່ອງແໜ້ນແຮງ ນຳ້ຍຳບໍ່ຄືຮ້ານທົ່ວໄປ ຈະອອກຄືໆຕຳ ແຕ່ມັນບໍ່ແມ່ນຕຳ ແຕ່ວ່າແຊບແຮງ
ຮ້ານຕັ້ງຢູ່ບ້ານບືງຂະຫຍອງ ຂ້າງປາຍຮ່ອມ 11
ຮ້ານເປີດ: ຈັນ-ທິດ
02077718118
2. sister food & cafe
ຍຳ Sister ແຊບແຮງ ໂດຍສະເພາະຍຳປູມ້າ ໃຊ້ປູໂຕຜູ້ ຊີ້ນແຫນ້ນໆ ນຸ້ມໆ
ຍຳແຊລມ້ອນແຊບລົງໂຕ ແອດບອກໄດ້ສອງຄຳ “ຕ້ອງຈັດ”
(ແຖວໂພນສະອາດ ຖ້າມາແຕ່ທາງປະຕູໄຊ ກາຍນິກຸໂອະມາໜ້ອຍຫນຶ່ງ ຮ້ານຢູ່ຟາກຊ້າຍມື)
ຮ້ານເປີດ: ຈັນ-ເສົາ
ເວລາ: 5 pm – 10 pm
ເບີໂທ: 030 9997755
3. ຮ້ານຍຳມາແມ້
ຮ້ານຍຳຮ້ານນີ້ຕ້ອງໄດ້ໄປຈັດເພາະມີຫຼາຍເມນູແປກໆທີ່ບໍ່ຄືຮ້ານອື່ນ ຍຳໄຂ່ແມງດາທະເລ, ຍຳໄຂ່ປາຣິວກິວ, ຍຳໝູສັບຜັກກູດ
ແຖວຫົວຂົວ ເດີ່ນເຕະບານໄຊເສດຖາ
ຮ້ານເປີດ: ທຸກມື້
ເວລາ: 11:30 – 19:30 ໂມງ
ເບີໂທສອບຖາມ: 5623 9116
4. ຮ້ານ ຕົ້ນຄູນ
ແນະນຳ ຮ້ານຕຳ ຮ້ານຍຳ ແຖວສີເມືອງເດີ້ ແຊບບບບ ຊື່ຮ້ານ ຕົ້ນຄູນ ມີຕຳ ຍຳ ແລະ ອາຫານສວາຍ
ຮ້ານເປີດ: ຈັນ – ເສົາ (ປິດວັນອາທິດ)
ເວລາ: 7:00 am – 7:00 pm
020 5593 6688
5. Khua E’Tuii ຄົວອີ່ຕຸ້ຍ
ຮ້ານນີ້ເມນູເດັດແມ່ນ ຍຳຕໍໝູທອດແຊບ ຄໍໝູແຊບແຮງ ຍຳປູກະເລີດ ເນື້ອສົດຫວານ ປາໝຶກນິຕ້ອງໄດ້ຈັດ
ພິກັດຮ້ານ ໜອງດ້ວງເໜືອ ຮ່ອມ 2 ໜ້າໂຮງແຮມຄຣາວພ່າຊ້າ
ຮ້ານເປີດ: ທຸກມື້
ເວລາ: 7:00 am – 7:00 pm
ໂທສັ່ງ 02077906643 , W.a 02054444598
6. ຮ້ານຍຳໜ້າຫໍ
ຮ້ານຕຳ+ຍຳ ໜ້າຫໍພັກປາກປ່າສັກ ແນະນຳ ຕ້ອງໄປຈັດ ແຊບແຮງ ເຄື່ອງທະເລສົດແຮງກົງກັນຂ້າມກັບຫໍພັກປາກປ່າສັກ ຮ່ອມແຄມຂອງຂີ່ຊອດໄປໄຟແດງສີຫອມ
ຮ້ານເປີດ: ທຸກມື້
ເວລາ: 12 pm – 8.30 pm
020 58888907
7. ຮ້ານຕໍາຜູ້ຊາຍ ຂາຍຫອຍ ສາຂາ ນະຄອນຫລວງວຽງຈັນ
ຫອຍແຊບອີຫຼີຮ້ານນີ້ ສົມຊື່ ຜູ້ຊາຍຂາຍຫອຍແຕ່ເມນູອື່ນກໍເດັດບໍ່ແພ້ຫອຍເດີບອກໃຫ້
ຮ້ານເປີດ: ທຸກມື້
ເວລາ: 9 am – 10 pm
020 2335 9993 | 020 22055855 | 020 22291999
8. ຕຳແຣດແຊ່ບນົວເຈ້ຕ໊ອກແຕ໊ກ ສາຂານະຄອນຫຼວງວຽງຈັນ
ເຣິດໆ ແຣດໆ ແຊບສົມຄຳລໍ້າລື ຕຳແຣດແຊ່ບນົວ ເຈ້ຕ໊ອກແຕ໊ກ ເຜັດສະດິ້ງ ກຳລັງດີ ມີຕຳ ມີເຂົ້າ ໝູທອດ ຕົ້ມເລືອດ ຕົ້ມແຊ່ບ ຄັກໆ
ພິກັດ: ແຖວໂພນທັນ ກົງກັນຂ້າມກັບກຸງສີລີດຊີ້ງ (ຮ້ານໝີ່ນຳໄຊ)
ຮ້ານເປີດ: ທຸກມື້
ເວລາ: 10 am – 8 pm
020 55598571
9. ຮ້ານ Tina ເຂົ້າປຸ້ນແຈ່ວຂິງ
ຍຳແຊບໆ ສົດໆ ມັກທີ່ມີສາຍບົວມານຳ ຮ້ານເພີ່ນຍັງມີເຂົ້າປຸ້ນແຈ່ວຂີງນຳດີ້
ຮ້ານເປີດ: ເປີດ ທຸກມື້ ປີດສະເພາະ ສີນ15ຄຳ
ເວລາ: 11 am – 6 pm
020 5562 3544
10. ຮ້ານ ຕຳຍຳ ແລ້ວແຕ່ອາລົມ STD coffee
ຕິດໃຈຫອຍແຄງ ບໍ່ຮູ້ວ່າລວກຈັ່ງໃດ ແບບວ່າແຊບແຮງ ມັນສະດຸ້ງກຳລັງດີ ເພິ່ນວ່າສູດສະເພາະ ບໍ່ມີໃຜຄືແຜນທີ່ຢູ່ຄອມເມັ້ນເດີ້
ຮ້ານເປີດ: ຈັນ – ເສົາ (ປິດວັນອາທິດ)
ເປີດ: 7 am – 8 pm
ສອບຖາມເພີ່ມເຕີມ: 020 22222188
ເປັນຈັງໃດກັບຮາ້ນທີ່ແອດລວມມາໃຫ້ 10 ຮ້ານນີ້ແມ່ນແອດໄດ້ໄປຊິມມາແລ້ວ ເລີຍລວບລວມມາໃຫ້ທຸກຄົນໄດ້ໄປຊິມກິນ ສ່ວນໃຜທີ່ມີຮ້ານປະຈຳ ຫຼື ຮ້ານທີ່ມັກກິນ ແລ້ວຄິດວ່າແຊບ ແນະນຳແອດມິນໄດ້ເດີ ດຽວແອດໄປຈັດຮອດຮ້ານ 🙂

