6 ຮ້ານເຂົ້າປຸ້ນແຈ່ວຂີງ ທີ່ຕ້ອງໄປລອງ
ມື້ນີ້ແອດຈະມາລວມຮ້ານເຂົ້າປຸ້ນແຈ່ງຂີງທີ່ຕ້ອງໄດ້ໄປກິນ ໄປລອງ ເປັນຮ້ານທີ່ຕິດອັບດັບໃນຈິບນ້ອຍພາເລາະ ແອດຄິດວ່າໃຜກໍຄົງຮູ້ໝົດລະວ່າເມນູເຂົ້າປຸ້ນແຈ່ວຂີງນັ້ນຖືວ່າເປັນເມນູນິຍົມເລີຍໃນປັດຈຸບັນ
ແອດເອງກໍມັກກິນແຮງເລີຍແຫລະ! ເລີຍຈັດມາໃຫ້ທຸກຄົນໄດ້ໄປລອງຊິມກັນ….
1. ເຂົ້າປຸ່ນແຈ່ວຂີງ ບ້ານຫ້ອມ ແຄມຂອງ
ສຳພັດບັນຍາກາດແຄມຂອງ ກັບລົດຊາດແຈ່ວຂິງອັນເປັນເອກະລັກ ມີຄວາມບ້ານໆລຽບງ່າຍ ສະຕາຍບ້ານຫ້ອມ
ຮ້ານເປີດ: ເປີດ ທຸກມື້
ເວລາ: 9 am – 4 pm
2. ເຂົ້າປຸ້ນແຈ່ວຂີງທ່າເດືອ
ຮ້ານນີ້ຢູ່ໄກຕົວເມືອງໜ່ອຍໜື່ງ ແຕ່ຄວາມແຊບບໍ່ເປັນຮອງໃຜ ມື້ພັກຜ່ອນເລາະຂີ່ລົດຫຼີ້ນແປບດຽວຮອດ ຮ້ານເພີ່ນຈະຢູ່ແຄມຂອງ ເປັນຕູບເໝາະແກ່ການໄປນັ່ງພັກຜ່ອນ ບັນຍາກາດດີ ເມນູກະມີແຕ່ແນວແຊບ
(ເຂົ້າຮ່ອມວັດ)
ຮ້ານເປີດ: ຈັນ – ທິດ
ເວລາ: 9 am – 4 pm
3. ຮ້ານເຂົ້າປຸ້ນເເຈ່ວຂີງ ປ້າພັນ(ບ້ານວຽງຈະເລີນ)
ເຂົ້າປຸ້ນແຈ່ວຂີງທີ່ຂື້ນຊື່ໃນເຂດຕົວເມືອງເລີຍ ຮ້ານເພີ່ນປີ້ງໄກ່ທາປາແດກແຊບແຮງ
ຮ້ານເປີດ: ທຸກມື້
ເວລາ: 9 am – 4 pm
ເບີໂທຮ້ານ: 030 5208101
4. ຮ້ານເຂົ້າປຸ້ນເເຈ່ວຂີງ ໂພນສະອາດ
ເຂົ້າປຸ້ນແຈ່ວຂີງແຊບ ແຕ່ເມນູເດັດຂອງຮ້ານ ທີ່ໃຜໄປຕ້ອງໄດ້ສັ່ງແມ່ນປີ້ງເຫັດທາປາແດກແກງໜໍ່ໄມ້ກະແຊບບໍ່ແພ້ກັນເລີຍ
ໂພນສະອາດ ຮ່ອມ4
ຮ້ານເປີດ: ຈັນ – ເສົາ
ເວລາ: 9 am – 4 pm
ເບີໂທຮ້ານ: 020 2222 3459
5. ເຂົ້າປຸ້ນເເຈ່ວຂີງ ຮ້ານ ບ້ານເຮົາ
ຮ້ານແຈ່ວຂິງມີຫ້ອງແອ, ພິເສດ: ແຈ່ວຂິງແບບດັ້ງເດີມ ເພີ່ມເຕີມຄືຖົ່ວເນົ່າແບບບໍ່ແກ້ວ
ຮ້ານເປີດ: ທຸກມື້
ເວລາ: 9 am – 4 pm
ເບີໂທຮ້ານ: 56662229 ແລະ 55520190
6. Tina ເຂົ້າປຸ້ນເເຈ່ວຂີງ “ ຍຳ & ສົ້ມຕຳ
ຮ້ານນີ້ມີຄວາມຟິນ ແຊບທຸກອັນເລີຍ ທັງແຈ່ວຂິງ ທັງຍຳ ໂດຍສະເພາະຍຳໝູຍໍສາຍບົວ ຟິນຟິນ
ຮ້ານເປີດ: ເປີດ ທຸກມື້ ປີດສະເພາະ ສີນ15ຄຳ
ເວລາ: 11 am – 6 pm
ເບີໂທຮ້ານ: 020 5562 3544
ສຳຫຼັບ 6 ຮ້ານນີ້ ແອດໄປກິນມາແລ້ວ ແຊບ ມັກ ເລີຍຈັດອັນດັບແນະນຳຕໍ່ ສ່ວນໃຜທີ່ມີຮ້ານທີ່ຮູ້ສຶກວ່າແຊບຢາກແນະນຳໃຫ້ແອດໄປຊິມ ສາມາດຄອມເມັ້ນບອກໄດ້ ດຽວແອັດໄປຈັດແນ່ນອນ. 🙂

