ຮ້ານຍອດນິຍົມ,  ຮ້ານອາຫານ,  ຮ້ານແນະນຳ,  ໂປຼໂມຊັ່ນ

6 ຮ້ານແຊບສົ່ງຮອດບ້ານ ສະອາດປອດໄພ! (ພ້ອມຮັບໂປຣໂມຊັ່ນພິເສດ)

ຊ່ວງນີ້ໃຜກະບໍ່ຢາກອອກບ້ານຫຼາຍ ບໍ່ຢາກອອກໄປນັ່ງກິນຢູ່ຮ້ານ ບໍ່ຢາກໄປບ່ອນຄົນຫຼາຍ ແອອັດ ບໍ່ປອດໄພ, ແອດເລີຍຊອກລວມຮ້ານທີ່ມີບໍລິການສົ່ງຮອດບ້ານປອດໄພກັນໄປເລີຍ (ບໍ່ຕ້ອງຊື້ກັກຕຸນອາຫານ ເພາະຈະເຮັດໃຫ້ສິນຄ້າໃນທ້ອງຕະຫຼາດລາຄາແພງຂິ້ນ) 6 ຮ້ານທີ່ແອດໄດ້ລວມມານີ້ເປັນຮ້ານທີ່ແຊບແລະໄດ້ມາດຕະຖານ ເພາະແອດໄດ້ສັ່ງມາກິນແລ້ວ ວ່າແຕ່ຈະມີຮ້ານໃດແດ່ ແລະ ສັ່ງແບບໃດນັ້ນເຮົາໄປເລື່ອນເບິ່ງກັນເລີຍ! 👇 (ພ້ອມຮັບໂປຣໂມຊັ່ນດ້ານລຸ່ມສຸດ)

📌 1. ຮ້ານ Sister Food & Cafe
ເມນູຖາດທະເລເຜົາ ປີ້ງກຸ້ງ ຫອຍ ປູ ປາມຶກ🦑
ອີກເມນູທີ່ບໍ່ຄວນພາດຄື ປູໄຂ່ດອງ ແລະ ກຸ້ງແກ້ວ🦐🦀
ທີ່ເຈົ້າຂອງຮ້ານເພິ່ນກາລັນຕີຄວາມແຊບ😋🛵ໂທສັ່ງຜ່ານຮ້ານໄດ້ ສົ່ງຟຮີບໍລິເວນໃກ້ຄຽງ ແລະ ມີບໍລິການຄ່າສົ່ງຕາມໄລຍະທາງ
​☎️ເບີໂທສັ່ງ: 0309997755

 

📌 2. ຮ້ານ MK Restaurant Laos
MK ສຸກີ້ ທີ່ກິນໄດ້ທຸກໄວໃນຄອບຄົວ ມີແຈ່ວສຳລັບເດັກນ້ອຍ ຜັກລວມ ຂະໜົມຈີບ ສະລາເປົາ ແລະ ທີ່ພາດບໍ່ໄດ້ ເປັດຢ້າງກັບໝີ່ຢົກ ເມນູນີ້ສຸດໃຈແອດ ເປັດຍ້າງເສີບມາພ້ອມຂີງດອງຊອຍ ກິນຄູ່ກັບໝີ່ຢົກ ເຂົ້າກັນແບບຟິນໆ😋

​🛵ສາມາດສັ່ງຜ່ານແອັບ Goteddy
☎️ ເບີໂທຮ້ານ: 030 5963 001

📌 3. ຮ້ານ Le Vendome2 | ຮ້ານອາຫານເລີວັງໂດມ2ອາຫານແຊບ ລາຄາໜ້າຮັກ ຫລາຍເມນູ ທີ່ຈະເຮັດໃຫ້ຄົນພິເສດຂອງທ່ານ ຮູ້ສຶກພິເສດກັບອາຫານທຸກຈານ😘🛵ສາມາດສັ່ງຜ່ານແອັບ foodpanda
☎️ ເບີໂທຮ້ານ: 020 2818 8666

 

📌 4. The Pizza Company Laosຊ່ວງນີ້ມີ promotion ຫຼຸດ 20% ພ້ອມ ຖືກໃຈຫຼາຍໆຄົນ ມີຂອບທຸກໜ້າ ຖາດກາງ ຖາດໃຫ່ຍ🛵ສາມາດໂທສັ່ງຜ່ານຮ້ານໄດ້
☎️ ເບີໂທຮ້ານ: 1112

 

📌 5. Kamu Tea Laosດັບອາກາດຮ້ອນໆ ກັບເຄື່ອງດື່ມເຢັ່ນແຊບໆ ມີແຮງຟິນທີ່ສຸດ💪

🛵ສາມາດໂທສັ່ງຜ່ານຮ້ານໄດ້ ຫຼື ສັ່ງຜ່ານແອັບມີທັງ foodpanda ແລະ Goteddy
☎️ ເບີໂທຮ້ານ: 030 5433390

 

📌 6. ໝ້ຽງແມ່ທອງ Mieng Mae Thongບ້ານຫ້ອມເຈົ້າເກົ່າ ເນື້ອແໜ້ນ ຄຳໃຫຍ່
ລົດຊາດແຊບ ກິນແລ້ວຈະຕິດໃຈ 💛 ແອດສັ່ງກິນຕະຫຼອດ

🛵ສັ່ງຜ່ານແອັບມີທັງ foodpanda
☎️ ເບີໂທຮ້ານ: 020 77004649 (ໂທ & ວອສແອັບກະໄດ້)

 

ແລະ ສຸດທ້າຍແອດມີໂປຣໂມຊັ່ນດີໆມາຝາກ ສ່ວນຫຼຸດ 20% ກັບ foodpanda Laos ທຸກອໍເດີ ທັງລູກຄ້າໃໝ່ ແລະ ລູກຄ້າທີ່ເຄີຍໃຊ້ບໍລິການແລ້ວ (ຍ້ຳ ຄົນທີ່ເຄີຍສັ່ງແລ້ວກໍສາມາສັ່ງອີກພ້ອມກັບຮັບສ່ວນຫຼຸດ 20%ພ້ອມ) ທຸກຮ້ານໃນ App foodpanda ☺️ສິ່ງດີໆທີ່ເໝາະກັບຊ້ວງນີ້ ແຖມສົ່ງຟຣີພ້ອມ ຄຸ້ມສຸດຄຸ້ມ ແອດກໍສັ່ງແລ້ວສັ່ງອີກ 🤣
ພຽງແຕ່ກົດສັ່ງຜ່ານ link ດ້ານລຸ່ມ👇🏻 ນີ້:
ກົດເລີຍ: http://tiny.cc/16nykz

ເປັນຈັງໃດກັນກັບ 6 ຮ້ານທີ່ແອດໄດ້ລວບລວມມາໃຫ້ ຮັບຮອງວ່າແຊບ ແລະ ສະອາດປອດໄພກັນແນ່ນອນ ເພາະແອດໄດ້ສັ່ງມາກິນ ແລະ ໄດ້ບຸກໄປເບິ່ງເຖິ່ງຂັ້ນຕອນການປຸງແຕ່ງມາແລ້ວ. ຫິວຮ້ານໃດເລືອກສັ່ງໄດ້ເລີຍ ຊ່ວງນີ້ໃຜໄປໃສມາໃສກໍລະມັດລະວັງກັນແດ່ເດີ ດ້ວຍຄວາມເປັນຫ່ວງຈາກແອດມິນ jipnoii ຊ່ວງນີ້ບໍ່ພາເລາະປານໃດ 🤣

📍ໃຜທີ່ຢາກໃຫ້ແອດມິນລວບລວມຮ້ານແບບໃດອີກ ສາມາດແນະນຳແອດໄດ້ເດີທີ່ປ່ອງສະແດງຄຳຄິດເຫັນດ້ານລຸ້ມ 👇

ສະແດງຄຳຄິດເຫັນ: